ວັນທີ 5 ຕຸລາ, ທ່ານ Emmanuel Macron ປະທານາທິບໍດີ ຝລັ່ງ ປະກາດສະມາຊິກລັດຖະບານຊຸດໃໝ່ ໂດຍທ່ານ Sebastien Lecornu ນາຍົກລັດຖະມົນຕີ ນຳໜ້າ, ໃນຄວາມມານະພະຍາຍາມນຳປະເທດຊາດຫຼຸດພົ້ນອອກຈາກສະພາບການຈົນຕາແຈດ້ານການເມືອງ. ບັນຊີລາຍຊື ໂດຍ ວັງ Elysee ຫາກໍ່ປະກາດລວມມີສະມາຊິກລັດຖະບານ 18 ທ່ານ ແລະຄາດວ່າຈະມີຕື່ມອີກບັນດາການແຕ່ງຕັ້ງອື່ນໆຈະໄດ້ປະກາດທາງຫຼັງ. ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ, ໃນບັນຊີລາຍຊື່ນີ້, ທ່ານ Bruno Le Maire ອະດີດລັດຖະມົນຕີເສດຖະກິດ ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງປ້ອງກັນປະເທດ, ໃນຂະນະທີ່ທ່ານ Roland Lescure ດຳລົງຕຳແໜ່ງເປັນລັດຖະມົນຕີເສດຖະກິດ. ຕາມແຜນການແລ້ວ, ທ່ານ Sebastien Lecornu ນາຍົກລັດຖະມົນຕີ ຈະມີບົດກ່າວປາໄສກ່ຽວກັບນະໂຍບາຍລວມຢູ່ສະພາຕ່ຳໃນວັນທີ 7 ຕຸລາ.

ແຫຼ່ງຄັດຈາກ: vovworld.vn