ພັກປະຊາທິປະໄຕເສລີ (LDP) ໄດ້ສ້າງຂີດໝາຍທົດສະວັດໃໝ່, ຈະຫັນ “ບັນດາຄວາມວິຕົກກັງວົນຂອງປະຊາຊົນໃຫ້ກາຍເປັນຄວາມຫວັງ”. ນີ້ແມ່ນຄຳຢືນຢັນຂອງທ່ານນາງ Sanae Takaichi ໃນວັນທີ 04 ຕຸລາ, ທີ່ກອງປະຊຸມຖະແຫຼງຂ່າວທຳອິດເມື່ອດຳລົງຕຳແໜ່ງປະທານພັກປະຊາທິປະໄຕເສລີ (LDP) ເພື່ອປະກາດແຜນນະໂຍບາຍກ່ຽວກັບການພົວພັນພາຍໃນ, ການຕ່າງປະເທດ, ຄວາມໝັ້ນຄົງ ແລະ ເສດຖະກິດ.

leftcenterrightdel
ທີ່ກອງປະຊຸມຖະແຫຼງຂ່າວທຳອິດເມື່ອດຳລົງຕຳແໜ່ງປະທານພັກປະຊາທິປະໄຕເສລີ. ພາບ: REUTERS

ກ່ຽວກັບຂອບເຂດພັນທະມິດ, ທ່ານນາງ Sanae Takaichi ໃຫ້ຮູ້ວ່າ ຕ້ອງມີບັນດາຂໍ້ຕົກລົງດ້ານນະໂຍບາຍເພື່ອສ້າງຕັ້ງລັດຖະບານໃໝ່ ດ້ວຍພັກໃໝ່, ພ້ອມກັນນັ້ນກໍ່ຮຽກຮ້ອງການຮ່ວມມືຈາກບັນດາກຳລັງຝ່າຍຄ້ານ ເພື່ອຊອກຫາບັນດາມາດຕະການແກ້ໄຂໄພເງິນເຟີ້ທີ່ພວມສົ່ງຜົນສະທ້ອນເຖິງການດຳລົງຊີວິດຂອງປະຊາຊົນຢ່າງມີປະສິດທິຜົນ.

ແຫຼ່ງຄັດຈາກ: vovworld.vn