ໃນບົດຂຽນເອົາລົງສື່ສັງຄົມອອນລາຍ ວັນທີ 04 ຕຸລາ, ທ່ານປະທານາທບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ ອິດສະຣາແອັນ ໄດ້ຍອມຮັບ “ເສັ້ນແດນຖອນທະຫານໃນເບື້ອງຕົ້ນ” ຢູ່ເຂດ ກາຊາ. ຕາມການນຳ ອາເມລິກາ, “ເມື່ອ ຮາມາດສ ຢັ້ງຢືນ”, ຄຳສັ່ງຢຸດຍິງຈະມີຜົນສັດສິດ “ໃນທັນທີ” ແລະ ການເຄື່ອນໄຫວແລກປ່ຽນນັກໂທດ - ຕົວປະກັນຈະໄດ້ເລີ່ມປະຕິບັດ, ຜ່ານນັ້ນ, ກໍ່ຈະສ້າງປະຖົມປັດໃຈໃຫ້ແກ່ໄລຍະຖອນທະຫານຕໍ່ໄປຂອງ ອິດສະຣາແອັນ ອອກຈາກເຂດດິນແດນຂອງ ປາແລັດສະຕິນ.

leftcenterrightdel
ພາບປະກອບ: REUTERS

ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ຢັ້ງຢືນວ່າ ໄດ້ຊີ້ນຳບັນດານັກເຈລະຈາຂອງປະເທດນີ້ໄປ ອີຢິບ ເພື່ອເຈລະຈາກ່ຽວກັບຂໍ້ຕົກລົງ ກາຊາ, ຈຸດປະສົງແມ່ນກຳນົດເວລາດຳເນີນການເຈລະຈາໃນເວລາ 2-3 ວັນ. ພ້ອມກັນນັ້ນ, ທ່ານຍັງໃຫ້ຄຳໝັ້ນສັນຍາຈະແກ້ໄຂ “ດ້ວຍມາດຕະການທາງການທູດ ຜ່ານແຜນການຂອງທ່ານ Trump ຫຼື ດ້ວຍມາດຕະການດ້ານການທະຫານໂດຍອິດສະຣາແອັນ ຜັນຂະຫຍາຍ” ກັບ ຮາມາດສ.

ແຫຼ່ງຄັດຈາກ: vovworld.vn