ຕາມນັ້ນແລ້ວ ມີຜູ້ສະໝັກເລືອກຕັ້ງ 119 ທ່ານ ໄດ້ຮັບການເລືອກຕັ້ງໃນການເລືອກຕັ້ງທີ່ດຳເນີນໃນວັນທີ 5 ຕຸລາ, ມີ 21 ບ່ອນນັ່ງຍັງຫວ່າງ ຢູ່ເຂດໂດຍຊາວ Kurd ຄວບຄຸມຢູ່ທາງທິດຕາເວັນອອກສ່ຽງເໜືອ ຊີຣີ, ກໍຄື ແຂວງ Suwayda ຢູ່ທາງທິດໃຕ້ທີ່ມີຊາວ Druze ກວມເອົາສ່ວນໃຫຍ່, ເນື່ອງຈາກບໍ່ໄດ້ດຳເນີນການເລືອກຕັ້ງ ຢູ່ເຂດເຫຼົ່ານັ້ນຍ້ອນເຫດຜົນຄວາມໝັ້ນຄົງ ແລະການເມືອງ. ຕາມລັດຖະທຳມະນູນສະບັບຊົ່ວຄາວທີ່ໄດ້ປະກາດໃນເດືອນມີນາ 2025 ແລ້ວ, ສະພາແຫ່ງຊາດຊີຣີ ມີສະມາຊິກ 210 ທ່ານ, ໃນນັ້ນມີ 70 ທ່ານ ໂດຍທ່ານ Ahmed Al-Sharaa ປະທານາທິບໍດີຊົ່ວຄາວ ສະເໜີ.
ແຫຼ່ງຄັດຈາກ: vovworld.vn
Type the code from the image