ອິດສະລາແອັນ ສືບຕໍ່ບຸກໂຈມຕີເຂົ້າ ກາຊາ ເຖິງວ່າການເຈລະຈາຢຸດຍິງໃກ້ຈະເລີ່ມຕົ້ນ
ວັນທີ 5 ຕຸລາ, ຫ້ອງວ່າການນາຍົກລັດຖະມົນຕີ ອິນສະລາແອັນ ໃຫ້ຮູ້ວ່າ ທ່ານນາຍົກລັດຖະມົນຕີ Benjamin Netanyahu ໄດ້ມີຄຳສັ່ງຊີ້ນຳຢ່າງເປັນທາງການໃຫ້ແກ່ຄະນະເຈລະຈາປະເທດນີ້ ໄປຍັງ ເອຢິບ ເພື່ອເລີ່ມບັນດາການເຈລະຈາກູ້ຊ່ວຍຕົວປະກັນ.