ທ່ານປະທານາທິບໍດີ ຢູແກຼນ ສະເໜີຢຸດຍິງທາງອາກາດ
ສື່ມວນຊົນ ລັດເຊຍ ຕີລາຄາວ່າ ນີ້ອາດສາມາດແມ່ນການປ່ຽນແປງໃນແນວທາງນະໂຍບາຍຂອງ ກີແອັບ ໃນສະພາບການ ມົດສະກຸ ປະຕິບັດການບຸກໂຈມຕີຄັ້ງໃຫຍ່ ເລັ່ງໃສ່ບັນດາວິສາຫະກິດອຸດສາຫະກຳການທະຫານ, ພື້ນຖານໂຄງລ່າງອາຍແກັດ ແລະ ໄຟຟ້າຂອງ ຢູແກຼນ.
ວັນທີ 5 ຕຸລາ, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ສະແດງຄວາມເຊື່ອໝັ້ນຕໍ່ຄຳສັ່ງຢຸດຍິງທາງອາກາດ ແມ່ນສິ່ງທີ່ອາດສາມາດເປັນໄປໄດ້. ຖະແຫຼງການນີ້ໄດ້ຍົກອອກມາໃນສະພາບການລັດເຊຍ ພວມຜັນຂະຫຍາຍບັ້ນບຸກໂຈມຕີຂອບຂະໜາດໃຫຍ່ ເລັ່ງໃສ່ພື້ນຖານໂຄງລ່າງພະລັງງານຂອງປະເທດ ຢູແກຼນ.
ໃນບົດທີ່ໄດ້ເອົາລົງໃນຊ່ອງ Telegram, ທ່ານປະທານາທິບໍດີ Volodymyr Zelensky ຢັ້ງຢືນວ່າ ຄຳສັ່ງຢຸດຍິງພຽງລຳພັງຝ່າຍດຽວແມ່ນບໍ່ມີຄວາມເປັນໄປໄດ້ສູງ ແລະຄຳສັ່ງຢຸດຍິງນີ້ອາດສາມາດເປີດເສັ້ນທາງໃຫ້ແກ່ວິທີການການທູດທີ່ແທ້ຈິງ. ເຖິງຢ່າງໃດກໍຕາມ, ໄປຄຽງຄູ່ກັນນັ້ນ, ທ່ານ ກໍ່ເນັ້ນໜັກຖືວ່າຕ້ອງສືບຕໍ່ເພີ່ມທະວີວຽກງານປ້ອງກັນ ແລະຜັນຂະຫຍາຍບັນດາຂໍ້ຕົກລົງດ້ານປ້ອງກັນຊາດ ໂດຍໄວ, ພິເສດແມ່ນກ່ຽວກັບການປ້ອງກັນອາກາດ.
ສື່ມວນຊົນລັດເຊຍ ຕີລາຄາວ່າ ນີ້ອາດສາມາດແມ່ນການປ່ຽນແປງໃນແນວທາງນະໂຍບາຍຂອງ ກີແອັບ ໃນສະພາບການມົດສະກຸ ປະຕິບັດການບຸກໂຈມຕີຄັ້ງໃຫຍ່ເລັ່ງໃສ່ບັນດາວິສາຫະກິດອຸດສາຫະກຳການທະຫານ, ພື້ນຖານໂຄງລ່າງອາຍແກັດ ແລະໄຟຟ້າຂອງ ຢູແກຼນ.
ແຫຼ່ງຄັດຈາກ: vovworld.vn