ວັນທີ 05 ຕຸລາ, ວົງການເຈົ້າໜ້າທີ່ແຂວາງ ກວາງຕຸງ ທາງພາກໃຕ້ປະເທດນີ້ໄດ້ຍົກລະດັບກ່າວເຕືອນພາຍຸຂຶ້ນລະດັບສູງສຸດເມື່ອພາຍຸ Matmo ເພີ່ມຄວາມແຮງ. ອຳນາດການົກຄອງຂອງແຂວງ ກໍ່ຜັນຂະຫຍາຍການຍົກຍ້າຍປະຊາຊົນກວ່າ 150.000 ຄົນເພື່ອຮັບປະກັນຄວາມປອດໄພ. ໃນຂະນະນັ້ນ, ອຳນາດການປົກຄອງແຂວງ ໄຫໜານກໍ່ໄດ້ຍົກເລີກບັນດາຖ້ຽວບິນ, ຢຸດການບໍລິການພາຫະນະຄົມມະນາຄົມສາທາລະນະ ແລະປິດປະຕູຫຼາຍຮາກຖານດຳເນີນທຸລະກິດແຕ່ວັນທີ 04 ຕຸລາ.

leftcenterrightdel
ອົງການທີ່ມີໜ້າທີ່ຂອງ ໄທ ຊ່ວຍປະຊາຊົນຍົກຍ້າຍສັດລ້ຽງ. ພາບ: ລັດຖະບານໄທ

ສ່ວນຢູ່ ໄທ, ມີປະຊາຊົນ 340.000 ຄົນຢູ່ 17 ແຂວງຂອງປະເທດນີ້ ພວມຖືກຜົນສະທ້ອນຢ່າງຮ້າຍແຮງຂອງສະພານ້ຳແກ່ງຖ້ວມ ແລະ ພາຍຸ Matmo. ກົມຕຸນິຍົມອຸທົກກະສາດ ໄທ ໃຫ້ຮູ້ວ່າ ຄາດວ່າພາຍຸ Matmo ຈະກໍ່ໃຫ້ເກີດຝົນຕົກໜັກໃນວົງກວ້າງຢູ່ ໄທ ແຕ່ວັນທີ 05 – 07 ຕຸລາ.

ແຫຼ່ງຄັດຈາກ: vovworld.vn