ມີຄວາມເປັນໄປໄດ້ຢ່າງສູງວ່າ ອາເມລິກາ ຈະເຫັນດີຕໍ່ຂໍ້ສະເໜີຂອງທ່ານປະທານາທິບໍດີ ລັດເຊຍ Vladimir Putin ກ່ຽວກັບການສືບຕໍ່ປະຕິບັດບັນດາມາດຕາຂອງສົນທິສັນຍາຫຼຸດຜ່ອນອາວຸດບຸກໂຈມຕີຍຸດທະສາດໃໝ່ (New START). ນີ້ແມ່ນການຕີລາຄາຂອງທ່ານ Kirill Dmitriev, ຜູ້ຕາງໜ້າພິເສດຂອງປະທານາທິບໍດີ ລັດເຊຍ, ຜູ້ອຳນວຍການໃຫຍ່ ກອງທຶນລົງທຶນໂດຍກົງ ລັດເຊຍ (RDIF). ຂ່າວ ໂດຍທ່ານ Kirill Dmitriev ໄດ້ເຕື້ອງເຖິງແມ່ນຖະແຫຼງການທີ່ຕັ້ງໜ້າອອກວັນທີ 5 ຕຸລາຂອງທ່ານ Donald Trump ປະທານາທິບໍດີ ອາເມລິກາ, ໃນນັ້ນຊີ້ແຈ້ງວ່າ ພ້ອມແລ້ວທີ່ຈະຮັກສາສົນທິສັນຍາອາວຸດນິວເຄຼຍ ລະຫວ່າງ ວໍຊິງຕັນ ແລະມົດສະກູ ຄືຂໍ້ສະເໜີຂອງຜູ້ນຳວັງ Kremlin. ໂດຍຕອບຄຳຖາມຂອງນັກຂ່າວ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຖືວ່າ ນີ້ແມ່ນແນວຄວາມຄິດທີ່ດີ. ຕາມທ່ານປະທານາທິບໍດີ ອາເມລິກາ Donald Trump ແລ້ວ, ການປຶກສາຫາລືຕໍ່ກຳນົດສົນທິສັນຍາອາວຸດນິວເຄຼຍ ຍັງແມ່ນບັນຫາສຳຄັນສຳລັບສອງປະເທດ, ແຕ່ບໍ່ເຜີຍຂໍ້ມູນອື່ນຕື່ມອີກ.

ແຫຼ່ງຄັດຈາກ: vovworld.vn