ອີຣານ ບໍ່ຢາກເຊື່ອມຕໍ່ການເຈລະຈານິວເຄຼຍຄືນໃໝ່ໃນຈຸດເວລາປະຈຸບັນ
ວັນທີ 6 ຕຸລາ, ກະຊວງການຕ່າງປະເທດອີຣານ ໃຫ້ຮູ້ວ່າ: ປະເທດນີ້ບໍ່ມີແຜນການເຊື່ອມຕໍ່ການເຈລະຈານິວເຄຼຍຄືນໃໝ່ກັບບັນດາປະເທດເອີລົບ ໂດຍທັນທີ, ພາຍຫຼັງທີ່ບັນດາປະເທດນີ້ ໄດ້ຈັດວາງບັນດາຄຳສັ່ງລົງໂທດຂອງ ສປຊ ຄືນໃໝ່.
ທ່ານ Esmaeil Baqaei ໂຄສົກຂອງ ເຕເຮຣານ ຈະສືບຕໍ່ຮັກສາການຕິດຕໍ່ພົວພັນ ແລະທາບທາມຄຳເຫັນກັບຝ່າຍຕ່າງໆ ແລະ "ອີຣານ ຈະຍົກອອກຄຳຕັດສິນໂດຍອີງຕາມຜົນປະໂຫຍດ ກໍ່ຄື ບຸລິມະສິດແຫ່ງຊາດ". ພິເສດ, ເຕເຮຣານ ພວມ “ພິຈາລະນາຜົນຕາມມາ ແລະຜົນກະທົບ” ຂອງເລື່ອງຖືກຈັດວາງບັນດາຄຳສັ່ງລົງໂທດຄືນໃໝ່ ໂດຍກຸ່ມ E3 (ອັງກິດ, ຝະລັ່ງ ແລະ ເຢຍລະມັນ) ລິເລີ່ມ.
ກຸ່ມ E3 ນອນໃນຈຳນວນບັນດາປະເທດໄດ້ເຊັນຂໍ້ຕົກລົງນິວເຄຼຍທີ່ມີຊື່: ແຜນການກະທຳລວມຮອບດ້ານ (JCPOA) ກັບ ອີຣານ ເມື່ອປີ 2015. ວັນທີ 28 ສິງຫາ, ກຸ່ມນີ້ປະກາດເລີ່ມຈັດວາງຄຳສັ່ງລົງໂທດຂອງ ສປຊ ສຳລັບ ອີຣານ ຄືນໃໝ່ ແລະ ກຳນົດເວລາ 30 ວັນເພື່ອໃຫ້ ເຕເຮຣານ ເຈລະຈາ. ແຕ່ເຖິງແນວນັ້ນກໍ່ຕາມ, ຍ້ອນສອງຝ່າຍບໍ່ບັນລຸໄດ້ບາດກ້າວເດີນໃນການເຈລະຈາຄັ້ງຕ່າງໆກ່ຽວກັບໂຄງການນິວເຄຼຍຂອງອີຣານ, ສະນັ້ນ, ບັນດາຄຳສັ່ງລົງໂທດໄດ້ເລີ່ມດຳເນີນຄືນໃໝ່ຢ່າງເປັນທາງການ ນັບແຕ່ວັນທີ 28 ກັນຍາ ທີ່ຜ່ານມາ.
ແຫຼ່ງຄັດຈາກ: vovworld.vn