ທີ່ການປະຊຸມ, ທ່ານ ຫງວຽນຊິງເຍິດເຕິນ ໄດ້ແບ່ງປັນຂໍ້ມູນຂ່າວສານກ່ຽວກັບບັນດາຄຳໝັ້ນສັນຍາ ແລະການກະທຳຂອງຫວຽດນາມ, ສະແດງໃຫ້ເຫັນບົດບາດເປັນສະມາຊິກ WTO ທີ່ຕັ້ງໜ້າ ແລະມີຄວາມຮັບຜິດຊອບ. ໜຶ່ງໃນບັນດາຈຸດພົ້ນເດັ່ນສໍາຄັນແມ່ນເລື່ອງຫວຽດນາມ ໄດ້ສຳເລັດລະບຽບການໃຫ້ສັດຕະຍາບັນສັນຍາການໜູນຊ່ວຍອາຊີບຫາປາ (ໄລຍະ 1). ຫວຽດນາມ ແມ່ນໜຶ່ງໃນ 3 ສະມາຊິກ WTO ທີ່ສຳຄັນ ທີ່ຊ່ວຍເຮັດໃຫ້ສັນຍາສະບັບນີ້ ມີຜົນສັກສິດໃນວັນທີ 15 ກັນຍາ 2025 ຈະມາເຖິງ. ນີ້ກໍ່ແມ່ນບາດກ້າວເດີນທີ່ມີຄວາມໝາຍ, ບໍ່ພຽງແຕ່ປະກອບສ່ວນເຂົ້າໃນການປົກປັກຮັກສາແຫຼ່ງສິນໃນນ້ຳທົ່ວໂລກເທົ່ານັ້ນ, ຫາກຍັງຢືນຢັນຄຳໝັ້ນສັນຍາຂອງຫວຽດນາມ ໃນການພັດທະນາແບບຍືນຍົງດ້ານການຄ້າອີກດ້ວຍ.

leftcenterrightdel
ພາບປະກອບຈາກ hanoimoi.vn

ຄຽງຂ້າງນັ້ນ, ຫວຽດນາມ ກໍ່ພວມມີບາດກ້າວເດີນທີ່ເປັນເຈົ້າການໃນການເຂົ້າຮ່ວມບັນດາຂໍ້ລິເລີ່ມສຳຄັນອື່ນໆຢູ່ WTO. ລັດຖະບານຫວຽດນາມ ໄດ້ອະນຸມັດຜ່ານການເຂົ້າຮ່ວມຢ່າງເປັນທາງການໃນຂໍ້ຕົກລົງກຳມະການອຸທອນຫຼາຍຝ່າຍຊົ່ວຄາວ (MPIA), ກົນໄກທີ່ມີໄຫວພິບຄ່ອງຕົວແນໃສ່ຮັກສາ, ຊຸກຍູ້ການເຄື່ອນໄຫວແກ້ໄຂການຂັດແຍ້ງຂອງ WTO ໃນສະພາບການເຈລະຈາປະຕິຮູບການແກ້ໄຂການຂັດແຍ້ງກັນທີ່ຍັງສັບສົນ. ກ່ຽວກັບຂໍ້ລິເລີ່ມການຄ້າເອເລັກໂຕນິກ, ຫວຽດນາມ ພວມຢູ່ໃນວິວັດການປັບປຸງລະບຽບການພາຍໃນປະເທດໃຫ້ສໍາເລັດເພື່ອເຂົ້າຮ່ວມໂດຍໄວ, ເປີດກາລະໂອກາດໃຫ້ບັນດາວິສາຫະກິດ, ພິເສດແມ່ນວິສາຫະກິດຂະໜາດນ້ອຍ ແລະກາງ, ເຂົ້າເຖິງຕະຫຼາດສາກົນ.

ໂດຍ: ຈາງຫງວຽນ