ວັນທີ 6 ກັນຍາ, ສູນພິເສດກ່ຽວກັບສະພາບການເຂດຊາຍແດນ ໄທ-ກຳປູເຈຍ ຮັບຮູ້ວ່າ ສະພາບການຢູ່ 11 ເຂດຈຸດສຸມລຽບຕາມເຂດຊາຍແດນສອງປະເທດມີຄວາມສະຖຽນລະພາບ. ທະຫານໄທ ໄດ້ຮັກສາການລາດຕາເວັນ, ຕິດຕາມກວດກາເປັນປະຈຳຢູ່ເຂດນີ້. ທ່ານ Jirayu Houngsub ໂຄສົກລັດຖະບານໄທ ໃຫ້ຮູ້ຕື່ມອີກວ່າ: ໃນໄລຍະຜ່ານມາ, ສະພາບການຢູ່ເຂດຊາຍແດນ ໄທ-ກຳປູເຈຍ ໄດ້ຫຼຸດຜ່ອນຄວາມເຄັ່ງຕຶງແລ້ວ. ສອງປະເທດຈະຈັດການປະຊຸມຄະນະກຳມະການຊາຍແດນຮ່ວມໃນເວລາ 4 ວັນຖືກຕ້ອງຕາມແຜນການດ້ວຍເປົ້າໝາຍ “ຟື້ນຟູສະພາບການເຂດຊາຍແດນໃຫ້ເປັນປົກກະຕິຍິ່ງໄວກໍ່ຍິ່ງດີ”.

ແຫຼ່ງຄັດຈາກ: vovworld.vn