leftcenterrightdel
ທ່ານ Dmitry Peskov ໂຄສົກວັງ Kremlin. ພາບ: Alexander Zemlianichenko/REUTERS

ທ່ານ Peskov ຖືວ່າ ຢູແກຼນ ແລະເອີລົບ ພວມເຮັດທຸກວິທີເພື່ອບັງຄັບອາເມລິກາ ນຳໃຊ້ບັນດາມາດຕະການລົງໂທດ, ແຕ່ເນັ້ນໜັກວ່າ “ຈະບໍ່ມີມາດຕະການລົງໂທດໃດທີ່ສາມາດບັງຄັບໃຫ້ມົດສະກູ ຕ້ອງປ່ຽນແປງຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງຕົນ ໄດ້”.

ໃນວັນດຽວກັນ, ຄະນະກຳມະການເອີລົບ (EC) ໃຫ້ຮູ້ວ່າ: ທ່ານ David O'Sullivan, ທູດພິເສດຂອງອີຢູ ຮັບຜິດຊອບບັນຫາການລົງໂທດ ໄດ້ເດີນທາງໄປຍັງວໍຊິງຕັນ ພ້ອມກັບນັກຊ່ຽວຊານກຸ່ມໜຶ່ງ ເພື່ອປຶກສາຫາລືກັບຝ່າຍອາເມລິກາ ກ່ຽວກັບບັນດາມາດຕະການລົງໂທດເພີ່ມເຕີມທີ່ເລັງໃສ່ລັດເຊຍ. ປະຈຸບັນ, ອີຢູ ພວມຮຽບຮຽງມາດຕະການລົງໂທດທີ 19 ທີ່ເລັງໃສ່ລັດເຊຍ.

ແຫຼ່ງຄັດຈາກ: vovworld.vn