80 ປີທີ່ຜ່ານມາ, ການທູດດັ່ງກ່າວໄດ້ຮ່ວມເດີນທາງໄປພ້ອມກັບປະເທດຊາດໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ. ກ້າວເຂົ້າສູ່ສັງກາດແຫ່ງການພັດທະນາປະເທດໃຫ້ຮັ່ງມີເຂັ້ມແຂງ, ການທູດຫວຽດນາມ ສືບຕໍ່ເສີມຂະຫຍາຍມູນເຊື້ອອັນລ້ຳຄ່າ, ນຳໜ້າໃນການຮັກສາສັນຕິພາບ, ດຶງດູດແຫຼ່ງກຳລັງສາກົນມາພັດທະນາປະເທດຊາດ.

ການທູດຫວຽດນາມ ໃນຍຸກສະໄໝ ໂຮ່ຈີມິນ

ການທູດຫວຽດນາມ ໃນ 80 ປີຜ່ານມາ ແມ່ນພື້ນຖານການທູດແຫ່ງຍຸກສະໄໝຂອງໂຮ່ຈີມິນ, ພື້ນຖານການທູດ ທີ່ ປະທານໂຮ່ຈີມິນ ເປັນຜູ້ສ້າງຕັ້ງ, ນໍາພາ, ຊີ້ນໍາ ແລະດໍາເນີນຫຼາຍການເຄື່ອນໄຫວຂະໜາດໃຫຍ່ໂດຍກົງໃນຕະຫຼອດໄລຍະຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ ແລະທ້ອນໂຮມປະເທດຊາດເປັນເອກະພາບ.

ການທູດແມ່ນແນວທາງສັນຕິວິທີທີ່ສຳຄັນທີ່ສຸດເພື່ອປະຕິບັດເປົ້າໝາຍການຕ່າງປະເທດ. ເຈົ້າກຳຫຼັກຂອງການທູດແມ່ນລັດ - ປະເທດທີ່ມີອະທິປະໄຕ. ຖ້າບໍ່ມີເອກະລາດນັ້ນ ຈະບໍ່ມີອະທິປະໄຕ ແລະກໍ່ຈະບໍ່ມີການທູດ. ຕາມນັ້ນແລ້ວ, ຖ້າບໍ່ມີການປະຕິວັດເດືອນສິງຫາ ກໍ່ຈະບໍ່ມີປະເທດຫວຽດນາມ ເອກະລາດ ແລະກໍ່ບໍ່ມີພື້ນຖານການທູດ ໃນຍຸກສະໄໝ ໂຮ່ຈີມິນ.

leftcenterrightdel
ບັນດາຜູ້ແທນຫວຽດນາມ ແລະບຸນກາຣີ ເຂົ້າຮ່ວມລາຍການພົບປະແລກປ່ຽນມິດຕະພາບເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດຫວຽດນາມ ຄົບຮອບ 80 ປີ ແລະວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ບຸນກາຣີ ຄົບຮອບ 75 ປີ. ພາບ: ທູຫງອັກ.

ວັນທີ 2 ກັນຍາ 1945, ຢູ່ສະໜາມຫຼວງບາດິ່ງ, ປະທານໂຮ່ຈີມິນ ໄດ້ອ່ານຖະແຫຼງການປະກາດເອກະລາດ, ສະຖາປະນາ ປະເທດ ສາທາລະນະລັດປະຊາທິປະໄຕ ຫວຽດນາມ. ໄປຄຽງຄູ່ກັບການປະກາດນັ້ນ, ການທູດຂອງລັດໃໝ່ໄດ້ກຳເນີດຂຶ້ນ, ດ້ວຍພາລະກໍາຢັ້ງຢືນພື້ນຖານເອກະລາດ, ປົກປັກຮັກສາອໍານາດການປົກຄອງປະຕິວັດທີ່ຍັງໜຸ່ມນ້ອຍ ແລະຍາດແຍ່ງເອົາການສະໜັບສະໜູນຈາກສາກົນ. ພາຍຫຼັງການປະຕິວັດເດືອນສິງຫາ ຈົນເຖິງ ທົ່ວປະເທດຕໍ່ຕ້ານ ໃນເດືອນທັນວາ 1946, ປະເທດຫວຽດນາມ ໄດ້ປະເຊີນໜ້າກັບຄວາມສ່ຽງ “ພັນກິໂລແຂວນຢູ່ເທິງເສັ້ນດ້າຍ”. ລຸງໂຮ່ ໃນຖານະທີ່ເປັນປະທານປະເທດ ແລະເປັນລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ປະຕິບັດບັນດານະໂຍບາຍຊີ້ຂາດຍຸດທະສາດ, ຄື: ກ່ອນອື່ນໝົດແມ່ນ “ປອງດອງ ກັບ ຈຽງ ໄຄ ເຊັກ ເພື່ອຕ້ານຝຣັ່ງ”, ຄວບຄຸມກອງທັບ ຈຽງ ໄຄ ເຊັກ, ທັບມ້າງກົນອຸບາຍ “ທຳລາຍພວກກອມມູນິດ, ກັກຂັງ ລຸງໂຮ່”, ຍາດແຍ່ງເວລາເພື່ອຕ້ານຝຣັ່ງຢູ່ພາກໃຕ້; ຫຼັງຈາກນັ້ນແມ່ນ “ປອງດອງກັບ ຝຣັ່ງ ເພື່ອຂັບໄລ່ ຈຽງ ໄຄ ເຊັກ”, ເຊັນສັນຍາເບື້ອງຕົ້ນກັບຝຣັ່ງ ໃນວັນທີ 6 ມີນາ 1946 ເພື່ອຂັບໄລ່ ທະຫານຂອງ ຈຽງ ໄຄ ເຊັກ ຈໍານວນ 20 ໝື່ນຄົນ ແລະເຊັນສັນຍາຊົ່ວຄາວ ໃນວັນທີ 14 ກັນຍາ 1946 ເພື່ອແກ່ຍາວເວລາກະກຽມການຕໍ່ຕ້ານ.

ພ້ອມກັບການສ້າງພື້ນຖານທີ່ສຳຄັນທີ່ສຸດຂອງການທູດ ນັ້ນແມ່ນເອກະລາດ, ອະທິປະໄຕ, ການປະຕິວັດເດືອນສິງຫາ ແລະບັນດາການເຄື່ອນໄຫວທາງການທູດພາຍຫຼັງການປະຕິວັດເດືອນສິງຫາ ໄດ້ສ້າງພື້ນຖານການທູດໃໝ່, ເຕັມໄປດ້ວຍແນວຄິດ, ວິທີ, ແບບແຜນ ແລະສິລະປະການທູດຂອງໂຮ່ຈີມິນ.

ການທູດຮັບໃຊ້ພາລະກິດປົກປັກຮັກສາ ແລະສ້າງສາປະເທດຊາດ

ການທູດໃນສົງຄາມຕໍ່ຕ້ານ: ໃນສະໄໝສົງຄາມຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງ ແລະຈັກກະພັດອາເມລິກາ, ການທູດຫວຽດນາມ ໄດ້ກາຍເປັນແນວຮົບຍຸດທະສາດ, ໄປຄຽງຄູ່ກັບແນວຮົບດ້ານການທະຫານ ແລະການເມືອງ. ການທູດສາມາດແກ້ໄຂການພົວພັນກັບບັນດາປະເທດໃຫຍ່ໄດ້ເປັນຢ່າງດີ, ຍາດແຍ່ງເອົາການສະໜັບສະໜູນອັນໃຫຍ່ຫຼວງ, ໂດຍສະເພາະແມ່ນການສະໜັບສະໜູນທາງດ້ານວັດຖຸຈາກບັນດາປະເທດສັງຄົມນິຍົມ, ພິເສດແມ່ນສະຫະພາບໂຊວຽດ ແລະຈີນ. ການທູດ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງແນວຮົບປະຊາຊົນໂລກຕ້ານການຮຸກຮານ, ປຸກລຸກປະຊາຊົນນັບຫຼາຍຮ້ອຍລ້ານຄົນ, ລວມມີທັງປະຊາຊົນຜູ້ກ້າວໜ້າຂອງຝຣັ່ງ ແລະອາເມລິກາ, “ນຳເອົາສົງຄາມເຂົ້າໄປຢູ່ໃນໃຈ” ຂອງຝຣັ່ງ ແລະອາເມລິກາ. ບັນດາໄຊຊະນະທາງການທູດທີ່ສຳຄັນ ເຊັ່ນ: ສັນຍາເຊີແນວ ປີ 1954 ແລະສັນຍາປາຣີ ປີ 1973 ແມ່ນຂີດໝາຍອັນຮຸ່ງເຮືອງເຫຼືອງເຫຼື້ອມໃນປະຫວັດສາດຂອງປະເທດຊາດ. ອາດເວົ້າໄດ້ວ່າ ຖ້າບໍ່ມີສັນຍາເຊີແນວ ປີ 1954 ຈະບໍ່ມີສັນຍາປາຣີ ໃນປີ 1973, ຖ້າບໍ່ມີສັນຍາປາຣີ ກໍຈະບໍ່ມີມະຫາໄຊລະດູບານໃໝ່ໃນປີ 1975, ປົດປ່ອຍພາກໃຕ້ ແລະທ້ອນໂຮມປະເທດຊາດເປັນເອກະພາບ.

leftcenterrightdel
ກຳລັງຮັກສາສັນຕິພາບຂອງຫວຽດນາມ ກັບເດັກນ້ອຍຊູດັງໃຕ້. ພາບ: ຮຸຍເກື່ອງ

ການທູດ ໃນໄລຍະສັນຕິພາບ ແລະປ່ຽນແປງໃໝ່: ພາຍຫຼັງການໂຮມປະເທດຊາດເປັນເອກະພາບ, ຫວຽດນາມ ໄດ້ປະເຊີນໜ້າກັບສະພາບການປິດລ້ອມຂວໍ້າບາດ, ສົງຄາມຊາຍແດນ ແລະວິກິດການດ້ານເສດຖະກິດ. ໃນສະພາບການດັ່ງກ່າວນັ້ນ, ການທູດສືບຕໍ່ສວມບົດບາດສຳຄັນໃນການທຳລາຍທ່າປິດລ້ອມ, ຫັນການພົວພັນກັບບັນດາປະເທດໃຫຍ່ໃຫ້ເປັນປົກກະຕິເທື່ອລະກ້າວ. ຫວຽດນາມ ເຂົ້າຮ່ວມສະຫະປະຊາຊາດໃນປີ 1977, ເປີດກວ້າງການພົວພັນກັບບັນດາປະເທດສັງຄົມນິຍົມ ແລະຂະບວນການບໍ່ຮ່ວມກຸ່ມ.

ພາຍຫຼັງປະເທດດຳເນີນການປ່ຽນແປງໃໝ່ໃນປີ 1986, ວຽກງານການຕ່າງປະເທດຂອງຫວຽດນາມ ໄດ້ມີບາດກ້າວຫັນປ່ຽນຢ່າງແຂງແຮງຈາກຈິນຕະນາການ “ປະເຊີນໜ້າ” ໄປສູ່ “ສັນຕິພາບ-ຮ່ວມມື-ພັດທະນາ”. ຍ້ອນນະໂຍບາຍການຕ່າງປະເທດ “ຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ” ພ້ອມກັບທິດນໍາທີ່ວ່າ “ຕື່ມເພື່ອນມິດ, ຫຼຸດຜ່ອນສັດຕູ” ແລະທັດສະນະ “ຄູ່ຮ່ວມ, ເປົ້າໝາຍ” ໄດ້ສ້າງພື້ນຖານໃຫ້ແກ່ຫວຽດນາມ ເຊື່ອມໂຍງເຂົ້າກັບພາກພື້ນ ແລະສາກົນຢ່າງເລິກເຊິ່ງກວ້າງຂວາງ.

ໃນດ້ານການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການທູດ ໄດ້ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ພາລະກິດປົກປັກຮັກສາປະເທດຊາດແຕ່ຫົວທີ,  ແຕ່ທາງໄກ. ໃນດ້ານການພັດທະນາເສດຖະກິດ, ການທູດ ໄດ້ປະກອບສ່ວນສຳຄັນເຂົ້າໃນການເປີດກວ້າງຕະຫຼາດນຳເຂົ້າ-ສົ່ງອອກ, ດຶງດູດ FDI, ເຕັກໂນໂລຊີທີ່ກ້າວໜ້າ ເພື່ອຮັບໃຊ້ພາລະກິດຫັນປະເທດເປັນອຸດສາຫະກຳ ແລະທັນສະໄໝ. ການທູດຍັງໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການນຳປະເທດຊາດກ້າວເຂົ້າສູ່ການເຊື່ອມໂຍງເຂົ້າກັບພາກພື້ນ ແລະສາກົນຢ່າງເລິກເຊິ່ງກວ້າງຂວາງ.

ການທູດໄດ້ຍົກສູງຖານະບົດບາດ, ທີ່ຕັ້ງຂອງປະເທດຊາດ: ໄປຄຽງຄູ່ກັບການຮັບໃຊ້ບັນດາເປົ້າໝາຍປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ ແລະພັດທະນາປະເທດຊາດຢ່າງມີປະສິດທິຜົນ, ການທູດຫວຽດນາມ ໄດ້ປະກອບສ່ວນເຂົ້າໃນການຍົກສູງຖານະບົດບາດ, ທີ່ຕັ້ງຂອງປະເທດຊາດຢ່າງບໍ່ຢຸດຢັ້ງ.

ການທູດຫຼາຍຝ່າຍຂອງຫວຽດນາມ ນັບມື້ນັບມີລັກສະນະເປັນເຈົ້າການ, ມີຄວາມຮັບຜິດຊອບ ແລະມີສີສັນຢ່າງຈະແຈ້ງ. ຫວຽດນາມ ກາຍເປັນຂົວຕໍ່, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະເປັນສະມາຊິກທີ່ຕັ້ງໜ້າຂອງບັນດາອົງການຈັດຕັ້ງສາກົນ. ນີ້ແມ່ນໄລຍະທີ່ພື້ນຖານການທູດ ໄດ້ຫັນປ່ຽນຈາກ “ການເຂົ້າຮ່ວມ” ໄປເປັນ “ການສະເໜີ”, ຈາກ “ການເຊື່ອມໂຍງ” ໄປເປັນ “ການສ້າງສັນ”.

ການທູດໃນສັງກາດແຫ່ງການພັດທະນາປະເທດໃຫ້ຮັ່ງມີເຂັ້ມແຂງ

ໃນສັງກາດແຫ່ງການພັດທະນາປະເທດໃຫ້ຮັ່ງມີເຂັ້ມແຂງຂອງຊາດ, ປະຊາຊົນທຸກຄົນລ້ວນແຕ່ມີຊີວິດທີ່ອີ່ມໜໍາສໍາລານ, ມີຄວາມຜາສຸກ, ໄດ້ຮັບການໜູນຊ່ວຍພັດທະນາ, ສ້າງຄວາມຮັ່ງມີ; ປະກອບສ່ວນນັບມື້ນັບຫຼາຍກວ່າໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການພັດທະນາຂອງໂລກ, ຄວາມຜາສຸກຂອງມວນມະນຸດ ແລະຄວາມສີວິໄລໃນທົ່ວໂລກ. ການໃຫ້ບຸລິມະສິດແຖວໜ້າໃນສັງກາດໃໝ່ແມ່ນປະຕິບັດໃຫ້ສຳເລັດເປົ້າໝາຍຍຸດທະສາດຮອດປີ 2030, ຫວຽດນາມ ກາຍເປັນປະເທດພວມພັດທະນາ, ມີອຸດສາຫະກຳທັນສະໄໝ, ມີລາຍຮັບສະເລ່ຍສູງ; ຮອດປີ 2045 ກາຍເປັນປະເທດສັງຄົມນິຍົມພັດທະນາ, ມີລາຍຮັບສູງ.

ໃນການປະຕິບັດບັນດາເປົ້າໝາຍດັ່ງກ່າວ, ກຳລັງແຮງສັງລວມຂອງປະເທດຊາດນັບມື້ນັບເພີ່ມຂຶ້ນ. ບັນດາແຫຼ່ງກໍາລັງ ແລະເຄື່ອງມືທີ່ສາມາດນຳໃຊ້ເຂົ້າໃນເປົ້າໝາຍການຕ່າງປະເທດ ກໍ່ໄດ້ຮັບການເພີ່ມທະວີ. ພື້ນຖານການທູດຮອບດ້ານ ແລະທັນສະໄໝ ຈະນັບມື້ນັບໄດ້ຮັບການເສີມຂະຫຍາຍ. ສະນັ້ນ, ໃນວຽກງານການຕ່າງປະເທດ ຕ້ອງປະຕິບັດບັນດາໜ້າທີ່ຈຸດສຸມສູ້ຊົນເພື່ອໃຫ້ບັນລຸໄດ້ເປົ້າໝາຍລະອຽດ:

ປະກອບສ່ວນເຂົ້າໃນເປົ້າໝາຍການພັດທະນາຂອງປະເທດຢ່າງມີປະສິດທິຜົນກວ່າ: ເພື່ອບັນລຸເປົ້າໝາຍໃນປີ 2030 ແລະ2045, ກ່ຽວກັບການເຕີບໂຕ, ຫວຽດນາມ ຕ້ອງບັນລຸລະດັບເຕີບໂຕ GDP ສະເລ່ຍຢ່າງໜ້ອຍສຸດ ແມ່ນ 8% ຕໍ່ປີຢ່າງຕໍ່ເນື່ອງໃນເວລາ 20 ປີ. ພ້ອມກັນນັ້ນ, ຕ້ອງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຫັນປ່ຽນຢູ່ພາຍໃນປະເທດ, ໂດຍສະເພາະແມ່ນການຫັນເປັນດີຈີຕອນ, ຫັນເປັນສີຂຽວ, ເພື່ອ ຍົກສູງລະດັບ ແລະຄຸນນະພາບການເຕີບໂຕ.

leftcenterrightdel
ຜູ້ຕາງໜ້າຄະນະປະຕິບັດງານອົງການສະຫະປະຊາຊາດ ຢູ່ຊູດັງໃຕ້ ປະດັບຫຼຽນກາຮັກສາສັນຕິພາບຂອງສະຫະປະຊາຊາດໃຫ້ນາຍທະຫານຍິງຂອງກຳລັງຮັກສາສັນຕິພາບຫວຽດນາມ. ຮູບພາບ: ຮຸຍເກື່ອງ

ປະກອບສ່ວນເຂົ້າໃນການປົກປັກຮັກສາປະເທດຊາດຢ່າງມີປະສິດທິຜົນກວ່າ. ຍົກສູງ ແລະປັບປຸງຖານະບົດບາດ, ທີ່ຕັ້ງສາກົນ: ເມື່ອປະເທດພັດທະນາຫຼາຍຂຶ້ນ, ຖານະບົດບາດ, ທີ່ຕັ້ງສາກົນມີຄວາມສຳຄັນຍິ່ງ. ຖານະບົດບາດ, ທີ່ຕັ້ງສູງ ຈະສາມາດຍາດແຍ່ງເອົາການສະໜັບສະໜູນ ແລະການຮ່ວມມືຂອງປະເທດ ແລະຄູ່ຮ່ວມ.

ສາມາດຢັ້ງຢືນໄດ້ວ່າ ຈາກພື້ນຖານປະຫວັດສາດຂອງການປະຕິວັດເດືອນສິງຫາ, ພື້ນຖານການທູດປະຕິວັດຫວຽດນາມ ໄດ້ຮັບການສ້າງຕັ້ງຂຶ້ນ ແລະເຕີບໃຫຍ່ຂະຫຍາຍຕົວໃນແປວໄຟສົງຄາມ, ສິ່ງທົດສອບຂອງການຂວໍ້າບາດ ແລະເສັ້ນທາງແຫ່ງການເຊື່ອມໂຍງ. ການທູດ ຍາມໃດກໍຮ່ວມເດີນທາງພ້ອມກັບຊົນຊາດ ໃນທຸກບາດກ້າວພັດທະນາ, ປະກອບສ່ວນປົກປັກຮັກສາເອກະລາດ, ອະທິປະໄຕໄວ້ຢ່າງໝັ້ນຄົງ, ພ້ອມທັງເປີດກາລະໂອກາດໃໝ່ໃຫ້ແກ່ປະເທດໃນໂລກທີ່ຫັນເປັນໂລກາພິວັດ. ໃນສັງກາດແຫ່ງການພັດທະນາປະເທດໃຫ້ຮັ່ງມີເຂັ້ມແຂງ, ການທູດສືບຕໍ່ຮັກສາບົດບາດນໍາໜ້າ - ເຄື່ອງມືຍຸດທະສາດທີ່ແຫຼມຄົມ, ມີໄຫວພິບ ແລະມະນຸດສະທຳ ເພື່ອນໍາຫວຽດນາມ ກ້າວໄປໄວກວ່າໃນເສັ້ນທາງກາຍເປັນປະເທດພັດທະນາ, ມີຖານະບົດບາດ, ທີ່ຕັ້ງທີ່ເໝາະສົມຢູ່ພາກພື້ນ ແລະໃນໂລກ. ດັ່ງທີ່ປະທານ ໂຮ່ຈີມິນ ເຄີຍເວົ້າວ່າ: “ການທູດແມ່ນແນວຮົບໜຶ່ງ ແລະໃນແນວຮົບນັ້ນ, ການກະທຳຂອງພະນັກງານແຕ່ລະຄົນ ລ້ວນແຕ່ຕ້ອງເພື່ອປະຊາຊົນ, ເພື່ອປະເທດຊາດ ແລະເພື່ອຄວາມເປັນທຳ”.

ໂດຍ: ໄຊຊະນະ