ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ໄດ້ຢັ້ງຢືນຢ່າງເປັນທາງການເລື່ອງກອງທັບອາກາດປະເທດນີ້ ບຸກໂຈມຕີເຂົ້ານະຄອນຫຼວງ Doha ຂອງກາຕາ ໃນຕອນບ່າຍວັນທີ 9 ກັນຍາ, ແນໃສ່ເປົ້າໝາຍ ໂດຍແມ່ນເຈົ້າໜ້າທີ່ຂອງຂະບວນການ ຮາມາດສ. ຫ້ອງວ່າການນາຍົກລັດຖະມົນຕີ ອິດສະຣາແອັນ ໄດ້ອອກແຈ້ງການຢັ້ງຢືນປະເທດນີ້ ໄດ້ລິເລິ່ມ, ດຳເນີນ ແລະມີຄວາມຮັບຜິດຊອບຕໍ່ກັບການບຸກໂຈມຕີດັ່ງກ່າວ.

ກ່ອນໜ້ານັ້ນ, ກຳລັງປ້ອງກັນຕົວອິດສະຣາແອັນ (IDF) ກໍຢັ້ງຢືນໄດ້ດຳເນີນການບຸກໂຈມຕີທາງອາກາດ ແນໃສ່ບັນດາການນຳ ຮາມາດສ ຢູ່ ກາຕາ, ດ້ວຍຊື່ເອີ້ນວ່າ ບັ້ນຮົບຍອດໄຟ

ກະຊວງການຕ່າງປະເທດກາຕາ ໄດ້ອອກຖະແຫຼງການກ່າວປະນາມການບຸກໂຈມຕີທາງອາກາດຂອງອິດສະຣາແອັນ ຢ່າງແຮງ, ຖືນັ້ນແມ່ນການລ່ວງລະເມີດອະທິປະໄຕແຫ່ງຊາດຂອງກາຕາ, ແມ່ນການລ່ວງລະເມີດທຳນຽມ ແລະກົດໝາຍສາກົນ, ສ້າງຄວາມນາບຂູ່ຢ່າງຮ້າຍແຮງຕໍ່ກັບຄວາມໝັ້ນຄົງ ແລະ ຄວາມປອດໄພຂອງກາຕາ ແລະ ປະຊາຊົນປະເທດນີ້. ກາຕາ ຈະບໍ່ປະນິປະນອມກັບການກະທຳເກາະຜິດທີ່ອັນຕະລາຍຂອງ ອິດສະຣາແອັນ.

ແຫຼ່ງຄັດຈາກ: vovworld.vn