ທ່ານພົນໂທ ເລກວັກຮຸ່ງ, ຮອງລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ພ້ອມກັບທ່ານ Chris Landberg ຜູ້ຮັກສາການຊ່ວຍວຽກລັດຖະມົນຕີການຕ່າງປະເທດອາເມລິກາ ຮັບຜິດຊອບອົງການປ້ອງກັນຕ້ານຢາເສັບຕິດ ແລະປະຕິບັດກົດໝາຍສາກົນ (INL), ໄດ້ເປັນປະທານຮ່ວມການໂອ້ລົມສົນທະນາຄວາມໝັ້ນຄົງ ແລະປະຕິບັດກົດໝາຍ ຫວຽດນາມ - ອາເມລິກາ ຄັ້ງທີ 2. ເຫດການ ໄດ້ຈັດຂຶ້ນຢູ່ນະຄອນຫຼວງ ວໍຊິງຕັນ ໃນວັນທີ 5 ກັນຍາ.

leftcenterrightdel
ການໂອ້ລົມສົນທະນາຄວາມໝັ້ນຄົງ ແລະປະຕິບັດກົດໝາຍ ຫວຽດນາມ - ອາເມລິກາ ຄັ້ງທີ 2. ພາບ: vov.vn

ທີ່ການໂອ້ລົມສົນທະນາ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບບາງບັນຫາຄວາມໝັ້ນຄົງໃນພາກພື້ນ ແລະອາດຊະຍາກຳມີການຈັດຕັ້ງຂ້າມຊາດ, ລວມມີຄວາມໝັ້ນຄົງໃນການເດີນເຮືອ, ຄວາມໝັ້ນຄົງໃນລະບົບສະໜອງ, ຟອກເງິນ ແລະການປ້ອງກັນ, ຕ້ານການກໍ່ການຮ້າຍ ກໍ່ຄືການຮ່ວມມືໃນການປ້ອງກັນ, ຕ້ານຢາເສບຕິດ, ອາດຊະຍາກຳທາງອິນເຕີແນັດ, ການຟອກເງິນ, ການເຂົ້າເມືອງແບບຜິດກົດໝາຍ, ການຄ້າມະນຸດ ແລະ ອາດຊະຍາກຳການເງິນ.

ສອງຝ່າຍໄດ້ປຶກສາຫາລືກ່ຽວກັບບັນດາບຸລິມະສິດໃນການຮ່ວມມືຍົກສູງຄວາມສາມາດທີ່ກ່ຽວຂ້ອງເຖິງຂົງເຂດປະຕິບັດກົດໝາຍ ແລະ ຍຸຕິທຳທາງອາຍາ, ກໍ່ຄືບັນດາກົນໄກເປີດກວ້າງການຮ່ວມມືປະຕິບັດກົດໝາຍເພື່ອແນໃສ່ແກ້ໄຂສິ່ງທ້າທາຍລວມທີ່ນັບມື້ນັບຫຼາຍຂຶ້ນ ກ່ຽວກັບອາດຊະຍາກຳຂ້າມຊາດ, ໃນນັ້ນມີບັນດາການເຄື່ອນໄຫວສໍ້ກົງທາງອິນເຕີແນັດ ເຊິ່ງກໍ່ຜົນກະທ້ອນຕໍ່ພົນລະເມືອງ ແລະ ວິສາຫະກິດຢູ່ທັງສອງປະເທດ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ