ທ້າຍອາທິດກ່ອນ, ອຳນາດການປົກຄອງ ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ສະເໜີຂໍ້ຕົກລົງຢຸດຍິງກັບ ຮາມາດສ. ຕາມຂໍ້ຕົກລົງສະບັບນີ້ ຮາມາດສ ຈະປ່ອຍເປັນຕົວປະກັນທັງໝົດ 48 ຄົນທີ່ຍັງເຫຼືອໃນວັນທຳອິດຂອງຂໍ້ຕົກລົງຢຸດຍິງ ແລະແທນທີ່ນັ້ນ ອິດສະລາແອັນ ຈະປ່ອຍນັກໂທດປາແລັດສະຕິນນັບພັນຄົນ. ໃນເວລາຢຸດຍິງ, ຮາມາດສ ແລະອິດສະລາແອັນ ຈະດຳເນີນການເຈລະຈາເພື່ອຢຸດຕິການປະທະກັນຢູ່ເຂດກາຊາ. ຕາມການສະເໜີຂອງ ອາເມລິກາ ແລ້ວ, ຖ້າ ຮາມາດສ ມີການຕອບກັບທີ່ຕັ້ງໜ້າ, ທ່ານປະທານາທິບໍດີ Donald Trump ຈະຊອກຫາວິທີການຢຸດຕິການປະທະກັນຢ່າງແທ້ຈິງ ແລະຂໍ້ຕົກລົງຢຸດຍິງຈະສືບຕໍ່ໃນຂະນະທີ່ບັນດາຝ່າຍດຳເນີນການເຈລະຈາ. ເຖິງຢ່າງໃດກໍຕາມ, ຖ້າ ຮາມາດສ ບໍ່ຍອມຮັບຕໍ່ຂໍ້ສະເໜີຂອງອາເມລິກາ, ຂະບວນການນີ້ຕ້ອງປະເຊີນໜ້າກັບຫຼາຍຜົນຕາມມາ ອາດລວມມີບັ້ນການທະຫານຄັ້ງໃຫຍ່ຂອງ ອິດສະລາແອັນ ຢູ່ເຂດກາຊາ.

ແຫຼ່ງຄັດຈາກ: vovworld.vn