ໃນວັນດຽວກັນ, ອົງການສາທາລະນະສຸກກາຊາ ແຈ້ງວ່າ ໄດ້ຮັບຮູ້ມີຄົນເສຍຊີວິດຍ້ອນອຶດຫິວຢູ່ເຂດກາຊາ ຕື່ມອີກ 6 ຄົນ, ຍົກຈຳນວນຜູ້ເສຍຊີວິດຍ້ອນອຶດຫິວຢູ່ກາຊາ ນັບແຕ່ຕົ້ນໄລຍະເກີດການປະທະກັນຂຶ້ນເປັນ 393 ຄົນ.

ແລະກໍ່ໃນວັນດຽວກັນ, ກອງທັບອາກາດອິດສະຣາແອັນ ໄດ້ດຳເນີນການບຸກໂຈມຕີຫຼາຍຄັ້ງເຂົ້ານະຄອນ Homs ທາງພາກກາງ, ນະຄອນແຄມທະເລ Latakia ແລະນະຄອນປະຫວັດສາດ Palmyra, Syria.  ຄວາມເສຍຫາຍ ແລະບາດເຈັບລົົ້ມຕາຍທີ່ເກີດຈາກເຫດບຸກໂຈມຕີດັ່ງກ່າວຍັງບໍ່ທັນໄດ້ປະກາດເທື່ອ.

ກ່ຽວຂ້ອງເຖິງເຫດບຸກໂຈມຕີດ້ວຍປືນຢູ່ປ້າຍລົດເມຢູ່ ເມື່ອວັນທີ 8 ກັນຍາ ທີ່ເຮັດໃຫ້ມີເສຍຊີວິດຢ່າງໜ້ອຍສຸດ 6 ຄົນ ແລະນັບພັນຄົນຖືກບາດເຈັບນັ້ນ, ອີຢູ, ອາເມລິກາ, ຝະລັ່ງ, UAE… ປະກາດວ່າ ເຫດການສະແດງໃຫ້ເຫັນຄວາມຈຳເປັນຕ້ອງມີຄຳສັ່ງຢຸດຍິງ; ຮຽກຮ້ອງຢຸດຕິການໃຊ້ຄວາມຮຸນແຮງ ພ້ອມທັງຢືນຢັນວ່າ ມີພຽງແຕ່ມາດຕະການດ້ານການເມືອງເທົ່ານັ້ນ ຈຶ່ງຈະສາມາດນຳມາເຊິ່ງສັນຕິພາບ ແລະສະຖຽນລະພາບໄດ້.

ແຫຼ່ງຄັດຈາກ: vovworld.vn