ປະທານາທິບໍດີອາເມລິກາ D. Trump ເຊັນລັດຖະດຳລັດປ່ຽນຊື່ກະຊວງປ້ອງກັນປະເທດ ເປັນກະຊວງສົງຄາມ
ວັນທີ 5 ກັນຍາ, ທ່ານ D. Trump ປະທານາທິບໍດີອາເມລິກາ ໄດ້ເຊັນລັດຖະດຳລັດສະບັບໜຶ່ງ ເພື່ອປ່ຽນຊື່ກະຊວງປ້ອງກັນປະເທດ ເປັນກະຊວງສົງຄາມ.
ກ່າວຄຳເຫັນໃນພິທີເຊັນລັດຖະດຳລັດ, ທ່ານ Trump ຢືນຢັນວ່າ: “ນີ້ແມ່ນການປ່ຽນແປງສຳຄັນທີ່ສຸດ”. ທ່ານ Pete Hegseth Hegseth ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຊົມເຊີຍການປ່ຽນແປງນີ້ ແລະ ຖືວ່າ ອາເມລິກາ ຈະບຸກໂຈມຕີ ຫາກບໍ່ພຽງແຕ່ໄດ້ປ້ອງກັນເທົ່ານັ້ນ.
ຕາມທຳນຽບຂາວແລ້ວ, ລັດຖະດຳລັດສະບັບໃໝ່ ອະນຸຍາດໃຫ້ທ່ານລັດຖະມົນຕີ Hegseth ແລະບັນດາເຈົ້າໜ້າທີ່ຂັ້ນລຸ່ມນຳໃຊ້ບັນດາຕຳແໜ່ງ, ຄື: ລັດຖະມົນຕີກະຊວງສົງຄາມ, ຮອງລັດຖະມົນຕີກະຊວງສົງຄາມ ໃນບັນດາເອກະສານ ແລະການຕິດຕໍ່ພົວພັນທາງການ.
ແຫຼ່ງຄັດຈາກ: vovworld.vn