ສະຫະປະຊາຊາດ ປະກາດຖະແຫຼງການໄພອຶດຫິວຢູ່ເຂດກາຊາ
ໄພອຶດຫິວສາມາດສະກັດກັ້ນໄດ້, ພ້ອມກັນນັ້ນກໍ່ໃຫ້ຮູ້ວ່າ ມີສະບຽງອາຫານຫານເປັນຈຳນວນຫຼາຍພວມຢຸດຢູ່ເຂດຊາຍແດນ, ບໍ່ສາມາດສົ່ງເຂົ້າໄປເຂດດິນແດນປາແລັດສະຕິນ ໄດ້...
    |
 |
ເກືອບ ¼ ຈຳນວນປະຊາກອນເຂດກາຊາ ພວມຖືກໄພອຶດຫິວ. ພາບປະກອບ: THX/TTXVN |
ວັນທີ 22 ສິງຫາ, ໜ່ວຍງານຂໍ້ລິເລີ່ມຈຳແນກໄລຍະຄວາມໝັ້ນຄົງທາງດ້ານອາຫານແບບບູລະນະການ (IPC), ສຳພັນທະມິດບັນດານັກສັງເກດການສະຫະປະຊາຊາດ ມອບໜ້າທີ່ແຈ້ງເຕືອນກ່ຽວກັບວິກິດການທີ່ອາດຈະເກີດຂຶ້ນໄດ້ປະກາດບົດລາຍງານໂດຍໃຫ້ຮູ້ວ່າ ໂດຍອີງໃສ່ຂໍ້ມູນທີ່ເກັບກຳມາໄດ້ແຕ່ວັນທີ 1 ກໍລະກົດ ຮອດວັນທີ 15 ສິງຫາ, ມີປະຊາຊົນປະມານ 514.000 ຄົນ, ໝາຍຄວາມວ່າແມ່ນເກືອບ ¼ ຈຳນວນປະຊາກອນເຂດກາຊາ, ພວມຖືກໄພອຶດຫິວ ແລະຕົວເລກດັ່ງກ່າວຄາດວ່າຈະເພີ່ມຂຶ້ນເປັນ 641.000 ຄົນ ໃນທ້າຍເດືອນກັນຍາ ຈະມາເຖິງ.
ທ່ານ Tom Fletcher, ຮອງເລຂາທິການໃຫຍ່ສະຫະປະຊາຊາດ, ຜູ້ຮັບຜິດຊອບບັນດາບັນຫາມະນຸດສະທຳ ໃຫ້ຮູ້ວ່າ ໄພອຶດຫິວສາມາດສະກັດກັ້ນໄດ້, ພ້ອມກັນນັ້ນກໍ່ໃຫ້ຮູ້ວ່າ, ມີສະບຽງອາຫານເປັນຈຳນວນຫຼາຍພວມຢຸດຢູ່ເຂດຊາຍແດນ, ບໍ່ສາມາດສົ່ງເຂົ້າໄປເຂດດິນແດນ ປາແລັດສະຕິນ ໄດ້, ຍ້ອນມີການກີດຂວາງທີ່ເປັນລະບົບຂອງ ອິດສະຣາແອັນ.
ນອກນັ້ນ, ລະບົບສາທາລະນະສຸກ ກໍ່ເຊື່ອມໂຊມລົງຢ່າງຮ້າຍແຮງ, ໃນຂະນະທີ່ຄວາມສາມາດເຂົ້າເຖິງນ້ຳປະປາ ແລະເງື່ອນໄຂສຸຂະອະນາໄມຢ່າງຄົບຖ້ວນ ກໍ່ຖືກຫຼຸດລົງຫຼາຍພໍສົມຄວນ.
ແຫຼ່ງຄັດຈາກ: vovworld.vn