ອາເມລິກາ, ອີຢູ ປະກາດບັນດາເນື້ອໃນຂອງກອບຂໍ້ຕົກລົງການຄ້າຕື່ມອີກ
ທາດເຄິ່ງຊັກນຳໄຟຟ້າ, ຜະລິດຕະພັນການຢາ ແລະ ໄມ້ຈາກ EU ກໍຈະຈັດວາງອັດຕາພາສີ 15%, ຕ່ຳກວ່າຫຼາຍເມື່ອທຽບໃສ່ອັດຕາພາສີ ເຊິ່ງ ອາເມລິກາ ຄາດວ່າຈະຈັດວາງສຳລັບບັນດາຕະຫຼາດອື່ນ.
ອາເມລິກາ ຈະຈັດວາງອັດຕາພາສີ 15% ສຳລັບສິນຄ້າເກືອບທັງໝົດຂອງສະຫະພາບເອີຣົບ (EU) ແລະເຫັນດີຫຼຸດອັດຕາພາສີຈາກ 27,5% ລົງເຫຼືອ 15% ສຳລັບລົດໂອໂຕນຳເຂົ້າຈາກ EU ຖ້າກຸ່ມນີ້ປະກາດໃຊ້ກົດໝາຍລົບລ້າງພາສີສຳລັບບັນດາຜະລິດຕະພັນອຸດສາຫະກຳຂອງອາເມລິກາ, ພ້ອມທັງສ້າງເງື່ອນໄຂໃຫ້ແກ່ຜະລິດຕະພັນກະເສດຈຳນວນໜຶ່ງຂອງອາເມລິກາ ໄດ້ເຂົ້າເຖິງຕະຫຼາດ EU. ນີ້ແມ່ນເນື້ອໃນຂອງຖະແຫຼງການຮ່ວມກ່ຽວກັບຂໍ້ຕົກລົງດ້ານການຄ້າລະຫວ່າງອາເມລິກາ ແລະ EU ເຊິ່ງ 2 ຝ່າຍບັນລຸໄດ້ໃນວັນທີ 21 ສິງຫາ.
    |
 |
ທ່າກໍາປັ່ນ Los Angeles, ຢູ່ San Pedro California, ອາເມລິກາ. ພາບ: REUTERS/Mike Blake |
ຕາມຖະແຫຼງການຮ່ວມ, ທາດເຄິ່ງຊັກນຳໄຟຟ້າ, ຜະລິດຕະພັນການຢາ ແລະ ໄມ້ຈາກ EU ກໍຈະຈັດວາງອັດຕາພາສີ 15%, ຕ່ຳກວ່າຫຼາຍເມື່ອທຽບໃສ່ອັດຕາພາສີ ເຊິ່ງ ອາເມລິກາ ຄາດວ່າຈະຈັດວາງສຳລັບບັນດາຕະຫຼາດອື່ນ. ຖະແຫຼງການກໍຊີ້ແຈ້ງວ່າ ອາເມລິກາ ຕົກລົງເຫັນດີພຽງແຕ່ໝູນໃຊ້ບັນດາລະດັບອັດຕາພາສີອະພິສິດ (MFN), ປັດຈຸບັນ ມີຕ່ຳກວ່າ 15% ນັບແຕ່ວັນທີ 1 ກັນຍາ ສຳລັບເຮືອບິນ ແລ ເຄື່ອງອາໄຫຼ່ຈາກ EU.
ຖະແຫຼງການກໍຢັ້ງຢືນຄືນແນວຄິດຂອງ EU ໃນການຊື້ອາຍແກັດທຳມະຊາດແຫຼວ (LNG), ນ້ຳມັນບໍ່ ແລະບັນດາຜະລິດຕະພັນພະລັງງານນິວເຄຼຍຂອງອາເມລິກາ ລວມມູນຄ່າ 750 ຕື້ USD, ພ້ອມດຽວກັນນັ້ນແມ່ນ ຊິບປັນຍາປະດິດ ໂດຍ ອາເມລິກາ ຜະລິດ 40 ຕື້ USD. ເອກະສານດັ່ງກ່າວ ກໍຢ້ຳຄືນແຜນການບັນດາບໍລິສັດ EU ທີ່ຈະລົງທຶນຕື່ມອີກ 600 ຕື້ USD ເຂົ້າໃນບັນດາຂົງເຂດຍຸດທະສາດຂອງອາເມລິກາ ຮອດປີ 2028. ສອງຝ່າຍໃຫ້ຄຳໝັ້ນສັນຍາສືບຕໍ່ສົມທົບ ເພື່ອແນໃສ່ຫຼຸດ ຫຼື ລົບລ້າງບັນດາຮົ້ວກີດຂວາງການປອດພາສີອາກອນ.
ແຫຼ່ງຄັດຈາກ vovworld.vn