leftcenterrightdel
ກອງທັບ ໄທ ແລະກໍາປູເຈຍ ຢືນຢັນຄືນໃໝ່ຄຳໝັ້ນສັນຍາຢຸດຍິງ ແລະຊຸກຍູ້ການຮ່ວມມື. ພາບ: Bangkok Post

ຕາມແຈ້ງການໂດຍນາຍພົນ ອາມາຣິດ ບອນສູຢາ, ຜູ້ບັນຊາການທະຫານເຂດ 1 ຂອງ ໄທ ທີ່ໄດ້ຍົກອອກມາພາຍຫຼັງກອງປະຊຸມ, 2 ຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມື, ໃຫ້ຄຳໝັ້ນສັນຍາປະຕິບັດຂໍ້ຕົກລົງ 13 ຈຸດກ່ຽວກັບການປະຕິບັດຄຳສັ່ງຢຸດຍິງ, ຮັກສາສັນຕິພາບຢູ່ເຂດເຊິ່ງ 2 ຝ່າຍບັນລຸໄດ້ໃນວາລະປະຊຸມຄະນະກຳມະການຊາຍແດນຮ່ວມ (GBC) ທີ່ຈັດຂຶ້ນໃນວັນທີ 7 ກໍລະກົດ ຢູ່ ມາເລເຊຍ. ທະຫານເຂດ 1 ຂອງ ໄທ ແລະທະຫານເຂດ 5 ຂອງ ກໍາປູເຈຍ ກໍ່ເຫັນດີຊຸກຍູ້ການຮ່ວມມືໃນບັນຫາການຄົ້ນຫາທຳລາຍລະເບີດບໍ່ທັນແຕກ ເພື່ອຈຸດປະສົງມະນຸດສະທຳ, ສົມທົບກັນປ້ອງກັນຕ້ານອາດຊະຍາກຳຂ້າມຊາດ, ໂດຍສະເພາະແມ່ນການສໍ້ໂກງຫຼອກລວງທາງອິນເຕີເນັດ.

ແຫຼ່ງຄັດຈາກ: vovworld.vn