leftcenterrightdel
ທ່ານ Lula da Silva ປະທານາທິບໍດີ ບຣາຊິນ. ພາບ: THX/ສໍານັກຂ່າວສານຫວຽດນາມ

ວັນທີ 20 ສິງຫາ, ທ່ານ Celso Amorim ທີ່ປຶກສາພິເສດກ່ຽວກັບການຕ່າງປະເທດຂອງທ່ານ Lula da Silva ປະທານາທິບໍດີ ບຣາຊິນ ໄດ້ຢັ້ງຢືນວ່າ ລັດຖະບານ ອາເມລິກາ ໄດ້ປະຕິເສດການເຈລະຈາກັບ ບຣາຊິນ ທີ່ກ່ຽວຂ້ອງເຖິງບັນດາມາດຕະການພາສີອາກອນໃໝ່. ຕາມທ່ານ Amorim ແລ້ວ, ລັດຖະບານ ບຣາຊິນ ໄດ້ຊອກຫາຫຼາຍຊ່ອງທາງສົນທະນາແຕ່ກໍ່ລ້ວນແຕ່ປະລາໄຊ. ທ່ານ ໃຫ້ຮູ້ວ່າ ທ່ານ Fernando Haddad ລັດຖະມົນຕີເສດຖະກິດ ຄາດວ່າຈະເຂົ້າຮ່ວມກອງປະຊຸມທາງໄກກັບທ່ານ Scott Bessent ລັດຖະມົນຕີການເງິນອາເມລິກາ ແຕ່ຝ່າຍ ວໍຊິງຕັນ ໄດ້ຍົກເລີກໃນນາທີສຸດທ້າຍໂດຍບໍ່ຍົກອອກເຫດຜົນໃດໆ. ກ່ອນໜ້ານັ້ນ, ຕາມເອກະສານທີ່ໄດ້ເອົາລົງໃນເວັບໄຊຂອງອົງການການຄ້າໂລກ (WTO) ແລ້ວ, ຄະນະປະຕິບັດງານ ອາເມລິກາ ຢູ່ WTO ຢັ້ງຢືນວ່າ “ອາເມລິກາ ໄດ້ເຫັນດີຕໍ່ການຮຽກຮ້ອງເຈລະຈາຂອງບຣາຊິນ”. ເຖິງຢ່າງໃດກໍຕາມ, ຝ່າຍອາເມລິກາ ກໍ່ເນັ້ນໜັກເຖິງບັນຫາຈຳນວນໜຶ່ງໂດຍ ບຣາຊິນ ຍົກອອກມາ “ທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງແຫ່ງຊາດທີ່ບໍ່ນອນໃນຂອບເຂດການພິຈາລະນາ ຫຼື ບໍ່ສາມາດແກ້ໄຂຜ່ານກົນໄກແກ້ໄຂການຂັດແຍ້ງກັນຂອງ WTO”.

ແຫຼ່ງຄັດຈາກ: vovworld.vn