21 ປະເທດ ກ່າວປະນາມແຜນການຕັ້ງຖິ່ນຖານຄົງທີ່ຢູ່ຝັ່ງຕາເວັນຕົກຂອງ ອິດສະຣາແອັນ
ວັນທີ 21 ສິງຫາ, 21 ປະເທດ ໄດ້ລົງນາມໃນຖະແຫຼງຮ່ວມກ່າວປະນາມເລື່ອງ ອິດສະຣາແອັນ ອະນຸມັດຜ່ານໂຄງການຕັ້ງຖິ່ນຖານຄົງທີ່ບົນເນື້ອທີ່ກວ້າງປະມານ 12 km2 ຢູ່ທາງທິດຕາເວັນອອກ Jerusalem, ຂຶ້ນກັບຝັ່ງຕາເວັນຕົກນັ້ນ, ແມ່ນການລ່ວງລະເມີດກົດໝາຍສາກົນ.
ຖະແຫຼງການຮ່ວມຂອງ 21 ປະເທດ (ໃນນັ້ນ ມີ ອັງກິດ, ຝລັ່ງ, ອົດສະຕາລີ, ການາດາ, ອີຕາລີ, ແບນຊິກ, ແດນມາກ, ຍີ່ປຸ່ນ, ໂຮນລັງ, ນອກແວ, ປ໋ອກຕຸຍການ, ແອັດສະປາຍ…) ໄດ້ເນັ້ນໜັກວ່າ ແຜນການນີ້ ບໍ່ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນ ອິດສະຣາແອັນ, ຊ້ຳບໍ່ໜຳມີຄວາມສ່ຽງເຮັດໃຫ້ຄວາມໝັ້ນຄົງເຊື່ອມໂຊມລົງ, ກໍ່ຄວາມຮຸນແຮງ ແລະຄວາມຂາດສະຖຽນລະພາບ, ຍາກທີ່ຈະບັນລຸໄດ້ສັນຕິພາບກວ່າອີກ. ຖະແຫຼງການຮຽກຮ້ອງໃຫ້ຍົກເລີກຂໍ້ຕົກລົງນີ້ໃນທັນທີ. ກ່ອນໜ້ານັ້ນ, ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ, ອຳນາດການປົກຄອງ ປາແລັດສະຕິນ ແລະ ຫຼາຍປະເທດໃນພາກພື້ນ ກໍກ່າວປະນາມແຜນການຂອງ ອິດສະຣາແອັນ.
    |
 |
ເຂດຕັ້ງຖິ່ນຖານຄົງທີ່ Maale Adumim ຂອງ ອິດສະຣາແອັນ ຢູ່ຝັ່ງຕາເວັນຕົກ ໃນວັນທີ 14 ສິງຫາ 2025. ພາບ: REUTERS/Ronen Zvulun |
ໃນຂະນະນັ້ນ, ທ່ານ Bezalel Smotrich, ລັດຖະມົນຕີກະຊວງການເງິນ ອິດສະຣາແອັນ ກໍ່ຮຽກຂໍ້ຕົກລົງອະນຸມັດຜ່ານເຂດຕັ້ງຖິ່ນຖານ “ແມ່ນບາດກ້າວສຳຄັນເພື່ອແນໃສ່ລົບລ້າງຄວາມຄິດເພີ້ຝັນກ່ຽວກັບການຄົງຕົວສອງລັດ ແລະ ປັບປຸງສິດຄວບຄຸມຂອງຊາວຢິວສຳລັບຫົວໃຈຂອງປະເທດ ອິດສະຣາແອັນ”.
ແຫຼ່ງຄັດຈາກ vovworld.vn