ອີຣານ ແລະ 3 ປະເທດ ເອີລົບ ຈະເຊື່ອມຕໍ່ການເຈລະຈານິວເຄຼຍ ໃນອາທິດໜ້າ
ວັນທີ 22 ສິງຫາ, ອີຣານ ແຈ້ງໃຫ້ຊາບວ່າ ຈະສືບຕໍ່ດຳເນີນຮອບເຈລະຈາກ່ຽວກັບໂຄງການນິວເຄຼຍຂອງ ເຕເຮຣານ ກັບຜູ້ຕາງໜ້າ 3 ປະເທດ ເອີລົບ ນັ້ນແມ່ນ ອັງກິດ, ຝລັ່ງ ແລະເຢຍລະມັນ (ກຸ່ມ E3) ໃນອາທິດຈະມາເຖິງ.
ແຈ້ງການໄດ້ຍົກອອກມາພາຍຫຼັງການໂອ້ລົມທາງໂທລະສັບລະຫວ່າງທ່ານ Abbas Araghchi ລັດຖະມົນຕີການຕ່າງປະເທດອີຣານ ແລະບັນດານັກການທູດຂັ້ນສູງເອີລົບ.
ຕາມກະຊວງການຕ່າງປະເທດອີຣານ ແລ້ວ, ບັນດາການເຈລະຈາລະຫວ່າງອີຣານ ກັບ 3 ປະເທດເອີລົບ ແລະສະຫະພາບເອີລົບ (ອີຢູ) ຂັ້ນຮອງລັດຖະມົນຕີການຕ່າງປະເທດ ຈະຈັດຂຶ້ນໃນວັນທີ 26 ສິງຫາ. ກໍ່ທີ່ການໂອ້ລົມທາງໂທລະສັບກັບລັດຖະມົນຕີການຕ່າງປະເທດ E3, ທ່ານລັດຖະມົນຕີການຕ່າງປະເທດອີຣານ ໄດ້ກ່າວເຕືອນກ່ຽວກັບຜົນຮ້າຍຂອງເລື່ອງຟື້ນຟູມາດຕະການລົງໂທດສາກົນຕໍ່ກັບເຕເຮຣານ. ສ່ວນຝ່າຍ ເອີລົບ, ລັດຖະມົນຕີ ຝລັ່ງ, ເຢຍລະມັນ ໄດ້ຢັ້ງຢືນຂໍ້ມູນຂ່າວທີ່ວ່າ ອີຣານ ແລະ E3 ຈະສືບຕໍ່ຈັດກອງປະຊຸມກ່ຽວກັບບັນຫານິວເຄຼຍ ໃນອາທິດຈະມາເຖິງ.
ແຫຼ່ງຄັດຈາກ: vovworld.vn