ສະຫະປະຊາຊາດ ແລະຫຼາຍປະເທດ ຄັດຄ້ານແຜນການຕັ້ງຖິ່ນຖານຄົງທີ່ຄືນໃໝ່ຂອງ ອິດສະຣາແອັນ
ທ່ານ Stephane Dujarric, ໂຄສົກສະຫະປະຊາຊາດ ຢືນຢັນວ່າ, ຂໍ້ຕົກລົງຂອງ ອິດສະຣາແອັນ ຈະທຳລາຍມາດຕະການ 2 ລັດ...
    |
 |
ຕັ້ງຖິ່ນຖານຄົງທີ່ຄືນໃໝ່ຂອງ ອິດສະຣາແອັນ. ພາບປະກອບ: THX/ສໍານັກຂ່າວສານຫວຽດນາມ |
ວັນທີ 20 ສິງຫາ, ສະຫະປະຊາຊາດ ແລະຫຼາຍປະເທດຝ່າຍຕາເວັນຕົກ ໄດ້ສະແດງຄວາມວິຕົກກັງວົນຕໍ່ແຜນການສ້າງຕັ້ງຖິ່ນຖານຄົງທີ່ຄືນໃໝ່ E1 ທີ່ ອິດສະຣາແອັນ ຫາກໍ່ອະນຸມັດຜ່ານຢູ່ຝັ່ງຕາເວັນຕົກແມ່ນ້ຳ ຈໍແດນ ທີ່ຖືກຢຶດຄອງ, ໂດຍຖືວ່າ ດ້ວຍໂຄງການເຮືອນຢູ່ປະມານ 3.400 ຫຼັງໃໝ່, ຈະແບ່ງຝັ່ງຕາເວັນຕົກແມ່ນ້ຳ ຈໍແດນ ອອກຈາກ ເຢຣຸຊາແລັມ ຕາເວັນອອກ ແລະນາບຂູ່ຢ່າງຮ້າຍແຮງຕໍ່ແງ່ຫວັງມາດຕະການ 2 ລັດ.
ທ່ານ Stephane Dujarric, ໂຄສົກສະຫະປະຊາຊາດ ຢືນຢັນວ່າ, ຂໍ້ຕົກລົງຂອງອິດສະຣາແອັນ ຈະທຳລາຍມາດຕະການ 2 ລັດ, ພ້ອມກັນນັ້ນ, ກໍ່ຮຽກຮ້ອງໃຫ້ລັດຖະບານ ອິດສະຣາແອັນ ຢຸດທຸກການເຄື່ອນໄຫວເປີດກວ້າງເຂດຕັ້ງຖິ່ນຖານຄົງທີ່. ທ່ານເນັ້ນໜັກວ່າ, ເລື່ອງ ອິດສະຣາແອັນ ສືບຕໍ່ຜັນຂະຫຍາຍແຜນການ E1 ແມ່ນໄປຝືນກັບບັນດາມະຕິຂອງສະຫະປະຊາຊາດ ແລະນາບຂູ່ເຮັດໃຫ້ສະພາບການທີ່ເຄັ່ງຕຶງຢູ່ເຂດຕາເວັນອອກກາງຮ້າຍແຮງຂຶ້ນຕື່ມ. ໃນຂະນະນັ້ນ, ທ່ານ David Lammy ລັດຖະມົນຕີການຕ່າງປະເທດ ອັງກິດ ກໍ່ຖືວ່າ, ແຜນການດັ່ງກ່າວໄດ້ລະເມີດກົດໝາຍສາກົນ.
ແຫຼ່ງຄັດຈາກ: vovworld.vn