leftcenterrightdel
ທ່ານ Sergei Lavrov ລັດຖະມົນຕີການຕ່າງປະເທດ ລັດເຊຍ. ພາບ: TASS

ວັນທີ 20 ສິງຫາ, ທ່ານ Sergei Lavrov ລັດຖະມົນຕີການຕ່າງປະເທດ ລັດເຊຍ ໃຫ້ຮູ້ວ່າ, ບັນດາການປຶກສາຫາລືກ່ຽວກັບບັນຫາຄວາມໝັ້ນຄົງທີ່ກ່ຽວຂ້ອງເຖິງ ຢູແກຼນ ທີ່ບໍ່ມີການເຂົ້າຮ່ວມຂອງລັດເຊຍ ແມ່ນ ໄຮ້ປະໂຫຍດ, ພ້ອມທັງໄດ້ສົ່ງຄຳກ່າວເຕືອນໄປຍັງບັນດາປະເທດຝ່າຍຕາເວັນຕົກ ຖ້າບໍ່ໃຫ້ການຮ່ວມມື. ໃນຖະແຫຼງການຮ່ວມກັບທ່ານລັດຖະມົນຕີການຕ່າງປະເທດ ຈໍແດນ, ທ່ານ Sergei Lavrov ລັດຖະມົນຕີການຕ່າງປະເທດ ລັດເຊຍ ໄດ້ເນັ້ນໜັ້ກວ່າ ປະເທດນີ້ພຽງແຕ່ສະໜັບສະໜູນບັນດາການຮັບປະກັນທີ່ມີຄວາມໄວ້ເນື້ອເຊື່ອໃຈຢ່າງແທ້ຈິງໃຫ້ແກ່ຢູແກຼນ ເທົ່ານັ້ນ, ສະເໜີບັນດາການຮັບປະກັນຄວາມໝັ້ນຄົງອາດສາມາດໄດ້ສ້າງຂຶ້ນໃນຮ່າງຂໍ້ຕົກລົງໂດຍບັນດາຝ່າຍທີ່ປະທະກັນປຶກສາຫາລືໃນຊຸມອາທິດເບື້ອງຕົ້ນຂອງການປະທະກັນ ຢູ່ Istanbul, ປະເທດຕວັກກີ ປີ 2022. ກ່ຽວກັບຄວາມສາມາດໃນການໂອ້ລົມສົນທະນາແບບເຊິ່ງໜ້າກັບຢູແກຼນ, ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ ໃຫ້ຮູ້ວ່າ ລັດເຊຍ ພ້ອມແລ້ວທີ່ຈະປຶກສາຫາລືກ່ຽວກັບບັນດາແງ່ມູມດ້ານການເມືອງຕໍ່ບັນຫາ ຢູແກຼນ ແລະດຳເນີນການເຈລະຈາພາຍໃຕ້ທຸກຮູບແບບ ແລະຍົກລະດັບຄະນະປະຕິບັດງານໃນບັນດາການເຈລະຈາ.

ແຫຼ່ງຄັດຈາກ: vovworld.vn