ສື່ມວນຊົນລາວ ສັນລະເສີນໄຊຊະນະການປະຕິວັດເດືອນສິງຫາ
ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ 1945 ຂອງ ຫວຽດນາມ, ວັນທີ 19 ສິງຫາ, ສື່ມວນຊົນລາວ ໄດ້ມີຫຼາຍບົດຂຽນກ່ຽວກັບເຫດການນີ້ ກໍ່ຄືບັນດາຜົນສຳເລັດຂອງຫວຽດນາມ ພາຍຫຼັງໄລຍະເກືອບ 40 ປີແຫ່ງການປະຕິບັດພາລະກິດແຫ່ງການປ່ຽນແປງໃໝ່ປະເທດຊາດ.
    |
 |
ສື່ມວນຊົນລາວ ສັນລະເສີນໄຊຊະນະການປະຕິວັດເດືອນສິງຫາ. ພາບ: vov.vn |
ໃນໜັງສືພິມປະຊາຊົນ (ອົງການກະບອກສຽງຂອງສູນກາງພັກປະຊາຊົນປະຕິວັດລາວ) ໄດ້ລົງບົດຂຽນທີ່ມີຫົວຂໍ້ “ຜົນສຳເລັດຂອງການປະຕິວັດເດືອນສິງຫາ ແມ່ນກຳລັງໜູນເພື່ອພາລະກິດແຫ່ງການສ້າງສາປະເທດຊາດ”. ບົດຂຽນ ໄດ້ຢັ້ງຢືນວ່າ ໄຊຊະນະຂອງການປະຕິວັດເດືອນສິງຫາ 1945 ໄດ້ນຳຊາດຫວຽດນາມ ກ້າວເຂົ້າສູ່ສັງກາດໃໝ່, ສັງກາດເອກະລາດແຫ່ງຊາດຕິດພັນກັບສັງຄົມນິຍົມ. ຜ່ານໄລຍະ 80 ປີມານີ້, ຫວຽດນາມ ບັນລຸໄດ້ຜົນສຳເລັດອັນໃຫຍ່ຫຼວງຫຼາຍຢ່າງ, ມີຄວາມໝາຍປະຫວັດສາດໃນທຸກຂົງເຂດ.
ພາຍຫຼັງໄລຍະເກືອບ 40 ປີແຫ່ງການປະຕິບັດພາລະກິດປ່ຽນແປງໃໝ່, ສືບທອດມູນເຊື້ອ ແລະເສີມຂະຫຍາຍບັນດາຜົນສຳເລັດທີ່ບັນລຸໄດ້, ຫວຽດນາມ ພວມສືບຕໍ່ຫັນປະເທດຊາດເປັນອຸດສາຫະກຳ, ທັນສະໄໝ ແລະເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ປະກອບສ່ວນນຳລະດັບການເຕີບໂຕເສດຖະກິດເພີ່ມຂຶ້ນສູງ ແລະເປັນປົກກະຕິ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງ, ຮັກສາເອກະລາດ, ອະທິປະໄຕ, ທ້ອນໂຮມປະເທດຊາດເປັນເອກະພາບ ແລະຜືນແຜ່ນດິນອັນຄົບຖ້ວນໄວ້ຢ່າງໝັ້ນຄົງ.
ແຫຼ່ງຄັດຈາກ vovworld.vn