leftcenterrightdel
ພາບປະກອບ: Ria Novosti

ວັນທີ 6 ສິງຫາ, ຢູ່ນະຄອນຫຼວງ ມົດສະກູ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ພົບປະກັບທ່ານ Steve Witkoff ທູດພິເສດຂອງທ່ານປະທານາທິບໍດີອາເມລິກາ. ການພົບປະແກ່ຍາວເປັນເວລາ 3 ຊົ່ວໂມງ ເຊິ່ງໄດ້ຮັບການຕີລາຄາວ່າ ແມ່ນມີລັກສະນະສ້າງສັນ ແລະບັນລຸໄດ້ຄວາມຄືບໜ້າສຳຄັນຫຼາຍຢ່າງໃນການຊຸກຍູ້ການຮ່ວມມືສອງຝ່າຍ ກໍ່ຄືການປຶກສາຫາລືກ່ຽວກັບມາດຕະການແກ້ໄຂໃຫ້ແກ່ການປະທະກັນຢູ່ ຢູແກຼນ. ທ່ານ Yuri Ushakov  ຜູ້ຊ່ວຍວຽກປະທານາທິບໍດີ ລັດເຊຍ ໃຫ້ຮູ້ວ່າ ການພົບປະໄດ້ສຸມໃສ່ເຂົ້າສອງຫົວຂໍ້: ວິກິດການຢູ່ຢູແກຼນ ແລະ ແງ່ຫວັງພັດທະນາໃນການຮ່ວມມືຍຸດທະສາດລະຫວ່າງ ລັດເຊຍ ແລະ ອາເມລິກາ. ສ່ວນຝ່າຍລັດເຊຍ ໄດ້ສົ່ງສັນຍານຈຳນວນໜຶ່ງ ໄປຍັງ ອາເມລິກາ ກ່ຽວກັບບັນຫາຢູແກຼນ ແລະ ກໍ່ໄດ້ຮັບສານທີ່ຄ້າຍຄືກັນຈາກທ່ານປະທານາທິບໍດີ ອາເມລິກາ Donald Trump ຜ່ານທ່ານ Steve Witkoff. ຕາມທ່ານ Yuri Ushakov ແລ້ວ, ນີ້ແມ່ນການພົບປະແລກປ່ຽນທີ່ເປັນປະໂຫຍດ ແລະ ນຳມາເຊິ່ງລັກສະນະສ້າງສັນ.

ແຫຼ່ງຄັດຈາກ vovworld.vn