leftcenterrightdel
ທ່ານ Miroslav Jenca ຜູ້ຊ່ວຍວຽກຂອງທ່ານເລຂາທິການໃຫຍ່ ສປຊ ຮັບຜິດຊອບເອີຣົບ, ອາຊີກາງ ແລະອາເມລິກາ. ພາບ: Reuters

ເມື່ອກ່າວຄຳເຫັນທີ່ກອງປະຊຸມສະພາຄວາມໝັ້ນຄົງ ໂດຍອິດສະຣາແອັນ ສະເໜີ, ທ່ານ Miroslav Jenca ຜູ້ຊ່ວຍວຽກຂອງທ່ານເລຂາທິການໃຫຍ່ ສປຊ ຮັບຜິດຊອບເອີຣົບ, ອາຊີກາງ ແລະອາເມລິກາ ໃຫ້ຮູ້ວ່າ ສະພາບການຢູ່ດິນແດນ ປາແລັດສະຕິນ ຖືກຢຶດຄອງພວມສືບຕໍ່ຮ້າຍແຮງ, ຕ້ອງຊອກຫາມາດຕະການການເມືອງໃຫ້ແກ່ວິກິດການຢູ່ເຂດກາຊາ ເພື່ອສາມາດນຳມາເຊິ່ງສັນຕິພາບ, ສະຖຽນລະພາບຍາວນານໃຫ້ແກ່ປະຊາຊົນສອງຝ່າຍ.  ໂດຍອ້າງອີງຕາມຄຳປຶກສາຂອງສານຍຸຕິທຳສາກົນ (ICJ) ເມື່ອເດືອນກໍລະກົດ 2024, ເຈົ້າໜ້າທີ່ ສປຊ ຖະແຫຼງວ່າ ອິດສະຣາແອັນ ມີພັນທະຕ້ອງຢຸດຕິທຸກການເຄື່ອນໄຫວຕັ້ງຖິ່ນຖານໃໝ່, ຍົກຍ້າຍຜູ້ມາຕັ້ງຖິ່ນຖານອອກຈາກເຂດດິນແດນປາແລັດສະຕິນ ຖືກຢຶດຄອງ ແລະຢຸດຕິການມີໜ້າແບບຜິດກົດໝາຍຂອງຕົນຢູ່ທີ່ນີ້ຍິ່ງໄວກໍຍິ່ງດີ; ພ້ອມທັງຢັ້ງຢືນເລື່ອງທີ່ກົດໝາຍສາກົນຊີ້ແຈ້ງວ່າ ກາຊາ ຕ້ອງແມ່ນສ່ວນໜຶ່ງທີ່ບໍ່ສາມາດຕັດແຍກອອກຈາກລັດ ປາແລັດສະຕິນ ໃນອະນາຄົດໄດ້.

ແຫຼ່ງຄັດຈາກ vovworld.vn