leftcenterrightdel
ທ່ານປະທານາທິບໍດີ ອາເມລິກາ Donald Trump. ພາບ:  THX/TTXVN

ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານປະທານາທິບໍດີ Donald Trump ໄດ້ສົ່ງເສີມບັນດາບໍລິສັດເຕັກໂນໂລຢີ ຢູ່ ອາເມລິກາ ເພື່ອຫຼີກລ້ຽງການຈັດວາງອັດຕາພາສີ. ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ ອັດຕາພາສີ 100% ຈະໄດ້ໝູນໃຊ້ສຳລັບຊິບທຸກຊະນິດ ແລະ ທາດເຄິ່ງຊັກນຳໄຟຟ້າທີ່ ນຳເຂົ້າອາເມລິກາ. ແຕ່ວ່າຖ້າບັນດາປະເທດໃຫ້ຄຳໝັ້ນສັນຍາກໍ່ສ້າງ ແລະພວມໃນວິວັດການກໍ່ສ້າງບັນດາໂຮງງານຢູ່ອາເມລິກາ, ຄື ຫຼາຍບໍລິສັດພວມປະຕິບັດ ແມ່ນບໍ່ຕ້ອງເສຍພາສີ. ຖ້າຍ້ອນສາຍເຫດໃດໜຶ່ງເຊິ່ງ ບັນດາບໍລິສັດໄດ້ໃຫ້ຄຳໝັ້ນສັນຍາ ແຕ່ບໍ່ປະຕິບັດແມ່ນຈະຖືກເກັບພາສີສະສົມຄືນຫຼັງ.

ແຫຼ່ງຄັດຈາກ vovworld.vn