leftcenterrightdel
ອີຢູ ຈະໂຈະມາດຕະການຕອບໂຕ້ການເພີ່ມພາສີນຳເຂົ້າຕໍ່ສ.ອາເມລິກາ ເປັນເວລາ 6 ເດືອນ. ພາບ:​ kpl.gov.la

ຫຼັງຈາກຖະ​ແຫຼງ​ການ​ສະ​ບັບ​ໜຶ່ງວ່າ: ອີຢູ ​ຈະ​ສືບ​ຕໍ່​ຮ່ວມ​ມື​ກັບ ສ.​ອາ​ເມ​ລິ​ກາ, ພະ​ຍາ​ຍາມຈັດ​ຕັ້ງ​ປະ​ຕິ​ບັດ​ສັນ​ຍາ​ພາ​ສີ​ທີ່​ບັນ​ລຸ​ໃນທ້າຍເດືອນ  ກໍ​ລະ​ກົດ​ ທີ່ຜ່ານ​ມາ. ຖະ​ແຫຼງ​ການດັ່ງ​ກ່າວລະ​ບຸ​ວ່າ: ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ນີ້, ຄະ​ນະ​ກຳ​ມາ​ທິ​ການສະ​ຫະ​ພາບເອີ​ຣົບ ​ຈະນຳ​ໃຊ້​ມາດ​ຕະ​ການ​ ທີ່​ຈຳ​ເປັນ, ​ໂຈະມາດ​ຕະ​ການ​ພາ​ສີ​ເພື່ອ​ຕອບ​ໂຕ້​ ສ.ອາ​ເມ​​ລິ​ກາ​ ທີ່​ຈະ​ມີ​ຜົນ​ບັງ​ຄັບ​ໃຊ້​ນັບ​ແຕ່​ວັນ​ທີ 7 ສິງ​ຫາ​ນີ້ ​ເປັນ​ຕົ້ນ​ໄປພາຍ​ໃ​ນ​ເວ​ລາ 6 ເດືອນ. ມາດ​ຕະ​ການ​ຕອບ​ໂຕ້​ທີ່​ໂຈະ​ຊົ່ວ​ຄາວຄັ້ງ​ນີ້ປະ​ກອບ​ມີ​ສອງ​ພາກ​ສ່ວນ ຄື: ມາດ​ຕະ​ການ​ຕ​ອບ​ໂຕ້ການ​​ທີ່ ສ.​ອາ​ເມ​ລິກາ ເພີ່ມ​ພາ​ສີ​ຕໍ່ຜະ​ລິດ​ຕະ​ພັນເຫຼັກ​ກ້າ ​ແລະອາ​ລູ​ມີ​ນຽມ ແລະມາດ​ຕະ​ການຕອບ​ໂຕ້ການ​ເກັບ​ພາ​ສີພື້ນຖານ​ທີ່​ລັດ​ຖະ​ບານ​ ໂດ​ນັນ ທ​ຣຳ​ ປະ​ຕິ​ບັດ​ໃນ​ກ່ອນ​ໜ້າ​ນີ້ ແລະມາດ​ຕະ​ການ​ເພີ່ມ​ພາ​ສີຕໍ່ລົດ​ຍົນ​ທີ່​ຈະ​ພິ​ຈາ​ລະ​ນາ. ກ່ອນໜ້ານີ້ປະ​ເທດ​ສະ​ມາ​ຊິກ​ສະ​ຫະ​ພາບເອີ​ຣົບ​ ໄດ້​ຮັບ​ຮອງ​ຂໍ້​ຕົກ​ລົງ​ກ່ຽວ​ກັບການເກັບ​ພາ​ສີ​ເພື່ອ​ຕອບ​ໂຕ້ຕໍ່​ຜະ​ລິດ​ຕະ​ພັນຂອງ ສ.​ອາ​ເມ​​ກາ​ ທີ່​ມີ​ມູນ​ຄ່າ 93 ຕື້​ເອີ​ໂຣ​ ດ້ວຍ​ຄະ​ແນນ​ສຽງ​ເຫັນ​ດີ​ຈຳ​ນວນຫຼວງຫຼາຍ.

ແຫຼ່ງຄັດຈາກ: kpl.gov.la