leftcenterrightdel
ທ່ານ Narendra Modi ນາຍົກລັດຖະມົນຕີ ອິນເດຍ. ພາບ: ANI/TTXVN

ວັນທີ 6 ສິງຫາ, ແຫຼ່ງຂ່າວຈາກລັດຖະບານອິນເດຍ ໂດຍໃຫ້ຮູ້ວ່າ ທ່ານ Narendra Modi ນາຍົກລັດຖະມົນຕີອິນເດຍ ຈະໄປຢ້ຽມຢາມ ຈີນ ເປັນຄັ້ງທຳອິດ ພາຍຫຼັງເວລາກວ່າ 7 ປີ. ນີ້ແມ່ນສັນຍານຫຼ້າສຸດສະແດງໃຫ້ເຫັນການພົວພັນທາງການທູດ ລະຫວ່າງ ອິນເດຍ ແລະຈີນ ພວມດີຂຶ້ນ. ທ່ານ Narendra Modi ຈະເດີນທາງໄປຍັງ ຈີນ ເຂົ້າຮ່ວມກອງປະຊຸມຫຼາຍຝ່າຍ ຂອງອົງການຮ່ວມມື ຊຽງໄຮ (SCO) ທີ່ຈະໄຂຂຶ້ນໃນວັນທີ 31 ສິງຫາ ຢູ່ນະຄອນ ທຽນຈິນ. ນີ້ແມ່ນການຢ້ຽມຢາມ ຈີນ ຄັ້ງທຳອິດຂອງທ່ານ Narendra Modi ນັບແຕ່ເດືອນ ມິຖຸນາ 2018, ພາຍຫຼັງໄລຍະຍາວນານທີ່ການພົວພັນສອງປະເທດຕົກເຂົ້າສູ່ສະພາບການວິກິດການ ໂດຍການປະທະກັນທາງການທະຫານລຽບຕາມຊາຍແດນເຂດທີ່ຂັດແຍ້ງກັນຢູ່ Himalaya ທີ່ເກີດຂຶ້ນເມື່ອປີ 2020. ກ່ອນໜ້ານັ້ນ, ທ່ານ Modi ແລະ ທ່ານປະທານປະເທດ ຈີນ ສີຈິ້ນຜິງ ກໍ່ໄດ້ພົບປະເຈລະຈາຢູ່ນອກກອງປະຊຸມສຸດຍອດກຸ່ມ BRICS ຢູ່ ລັດເຊຍ ໃນເດືອນຕຸລາ ປີ 2024, ເຊິ່ງໄດ້ເຮັດໃຫ້ການພົວພັນສອງປະເທດດີຂຶ້ນ.

ແຫຼ່ງຄັດຈາກ vovworld.vn