ຊາວອິດສະລາແອັນ ແຫ່ຂະບວນປະທ້ວງຄັດຄ້ານແຜນການບຸກໂຈມຕີເຂດກາຊາ
ຜູ້ເຂົ້າຮ່ວມການແຫ່ຂະບວນປະທ້ວງຮຽກຮ້ອງໃຫ້ລັດຖະບານ ອິດສະລາແອັນ ມຸ່ງໄປເຖິງຂໍ້ຕົກລົງຢ່າງຮອບດ້ານກ່ຽວກັບການຢຸດຕິສົງຄາມຢູ່ເຂດກາຊາ ແລະ ປ່ອຍຕົວປະກັນເປັນອິດສະຫຼະ.
    |
 |
ຊາວອິດສະລາແອັນ ແຫ່ຂະບວນປະທ້ວງຄັດຄ້ານແຜນການບຸກໂຈມຕີເຂດກາຊາ. ພາບ: REUTERS/Ronen Zvulun |
ບັນດາການແຫ່ຂະບວນປະທ້ວງຄັດຄ້ານເລື່ອງແກ່ຍາວການຕໍ່ສູ້ຢູ່ເຂດກາຊາ ສືບຕໍ່ໄດ້ຈັດຂຶ້ນໃນທົ່ວປະເທດອິດສະລາແອັນ ໃນວັນທີ 7 ສິງຫາ, ໃນສະພາບການລັດຖະບານ ອິດສະລາແອັນ ດຳເນີນວາລະປຶກສາຫາລືພິເສດເພື່ອຮັບຮອງເອົາແຜນການເປີດກວ້າງການບຸກໂຈມຕີ ແລະຢຶດຄອງເຂດກາຊາ ຢ່າງສົມບູນ. ຜູ້ເຂົ້າຮ່ວມການແຫ່ຂະບວນປະທ້ວງຮຽກຮ້ອງໃຫ້ລັດຖະບານ ອິດສະລາແອັນ ມຸ່ງໄປເຖິງຂໍ້ຕົກລົງຢ່າງຮອບດ້ານກ່ຽວກັບການຢຸດຕິສົງຄາມຢູ່ເຂດກາຊາ ແລະປ່ອຍຕົວປະກັນເປັນອິດສະຫຼະ.
ຢູ່ນະຄອນ Tel Aviv, ຜູ້ແຫ່ຂະບວນປະທ້ວງ ໄດ້ປິດລ້ອມເສັ້ນທາງຫຼວງຕ່າງໆ. ສ່ວນຢູ່ Jerusalem, ພໍ່ແມ່ພີ່ນ້ອງຂອງຕົວປະກັນຈຳນວນໜຶ່ງໄດ້ເອົາຕ່ອງໂສ້ມັດຕົວເອງ ແລະເຕົ້າໂຮມກັນປະທ້ວງຢູ່ນອກທຳນຽບຂອງລັດຖະບານ - ເຊິ່ງແມ່ນສະຖານທີ່ບັນດາສະມາຊິກລັດຖະບານ ອິດສະລາແອັນ ພວມປຶກສາຫາລືແຜນການເປີດກວ້າງການບຸກໂຈມຕີ ແລະຢຶດຄອງເຂດກາຊາ.
ກ່ຽວກັບວາລະປຶກສາຫາລືນີ້, ວົງການນັກຂ່າວ ອິດສະລາແອັນ ໃຫ້ຮູ້ວ່າ ທ່ານພົນຕີ Eyal Zamir ຫົວໜ້າເສນາທິການໃຫຍ່ ກຳລັງປ້ອງກັນຕົວ ອິດສະລາແອັນ (IDF) ສືບຕໍ່ອອກຄຳກ່າວເຕືອນບັນດາສະມາຊິກລັດຖະບານອິດສະລາແອັນ ກ່ຽວກັບຄວາມປອດໄພຂອງບັນດາຕົວປະກັນ, ໃນກໍລະນີປະເທດນີ້ຊຸກຍູ້ແຜນການຢຶດຄອງເຂດກາຊາ.
ແຫຼ່ງຄັດຈາກ: vovworld.vn