leftcenterrightdel
ພາບປະກອບ: REUTERS/Susana Vera

ບົດລາຍງານຂອງອົງການອຸຕຸນິຍົມ ໂລກ (WMO) ຂຶ້ນກັບ ສປຊ ປະກາດໃນວັນທີ 7 ສິງຫາ ໃຫ້ຮູ້ວ່າ ສະພາບການແດດຮ້ອນຮ້າຍແຮງພວມທຳລາຍຫຼາຍລະດັບສະຖິຕິໃນໂລກ, ໃນຂະນະທີ່ບັນດາເຫດໄຟໄໝ້ປ່າ ແລະຄຸນນະພາບຂອງອາກາດຕ່ຳເຮັດໃຫ້ວິກິດການຍິ່ງຮ້າຍແຮງຂຶ້ນຕື່ມ. ຕາມບົດລາຍງານຂອງ WMO ແລ້ວ, ອຸນຫະພູມຮ້າຍແຮງ ແລະແດດຮ້ອນຢູ່ຫຼາຍສະຖານທີ່ໃນໂລກ ໄດ້ເຮັດໃຫ້ມີຜູ້ເສຍຊີວິດປະມານ 489.000 ຄົນ/ປີ ໃນໄລຍະແຕ່ປີ 2000 – 2019, ໃນນັ້ນ 36% ແມ່ນເຫດການເກີດຂຶ້ນຢູ່ເອີລົບ ແລະ 45% ຢູ່ອາຊີ. WMO ໃຫ້ຮູ້ວ່າຍ້ອນອຸນຫະພູມ ໂລກ ໃນສະຕະວັດທີ 21 ສືບຕໍ່ເພີ່ມຂຶ້ນ, ເດືອນ ກໍລະກົດ 2025 ແມ່ນ ເດືອນກໍລະກົດຮ້ອນຢູ່ລະດັບທີ 3 ໃນປະຫວັດສາດ, ຖັດຈາກລະດູຮ້ອນຂອງປີ 2023 ແລະ 2024.

ໃນສະພາບການນັ້ນ, WMO ພວມມານະພະຍາຍາມເພີ່ມທະວີລະບົບແຈ້ງເຕືອນໂດຍໄວກ່ຽວກັບອຸມຫະພູມຕາມຂໍ້ລິເລີ່ມ “ແຈ້ງເຕືອນ ໃຫ້ແກ່ທຸກຄົນໂດຍໄວ”. ອົງການນີ້ກໍ່ພວມຮ່ວມມືກັບບັນດາຄູ່ຮ່ວມມືທົ່ວໂລກ ແລະພາກພື້ນ ເພື່ອໜູນຊ່ວຍບັນດາປະເທດສ້າງແຜນການກະທຳປົກປັກຮັກສາສຸຂະພາບຕໍ່ສະພາບການອຸນຫະພູມເພີ່ມຂຶ້ນສູງ ແລະຮັບປະກັນບັນດາກຸ່ມພົນລະເມືອງໄດ້ຮັບການແຈ້ງເຕືອນຢ່າງທັນການ.

ແຫຼ່ງຄັດຈາກ: vovworld.vn