ພ້ອມກັນນັ້ນ, ກໍເປັນໄລຍະທີ່ທົ່ວປະເທດພວມອອກແຮງແຂ່ງຂັນກັນສ້າງຜົນງານຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ດ້ວຍຈິດໃຈຟົດຟື້ນປະຕິວັດຢ່າງກວ້າງຂວາງເລິກເຊິ່ງ.
ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ ລາວ ຄັ້ງນີ້ ໄດ້ດໍາເນີນພາຍໃຕ້ຄໍາຂວັນ: “ຍົກສູງບົດບາດການນໍາພາທີ່ເຂັ້ມແຂງຂອງຄະນະພັກທຸກຂັ້ນ, ຕັ້ງໜ້າປັບປຸງກໍ່ສ້າງກອງທັບປະຊາຊົນລາວ ໃຫ້ໜັກແໜ້ນ, ເຂັ້ມແຂງ, ເປັນກອງທັບປະຕິວັດ, ມີແບບແຜນ, ແຫຼມຄົມ ແລະທັນສະໄໝ, ເດັດດ່ຽວຮັບປະກັນໃຫ້ປະເທດຊາດ ມີຄວາມສະຫງົບຢ່າງໜັກແໜ້ນ”. ເປັນກອງປະຊຸມທີ່ມີຄວາມໝາຍສໍາຄັນຢ່າງຍິ່ງໃນຊີວິດການເມືອງຂອງທົ່ວກອງທັບປະຊາຊົນລາວ, ເປັນການປະຕິບັດຕາມຫຼັກການນໍາພາ ແລະການຈັດຕັ້ງພັກ ແນໃສ່ປັບປຸງພັກທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນການນໍາພາ-ວິທີເຮັດວຽກ, ເປັນບັ້ນດໍາເນີນຊີວິດການເມືອງພາຍໃນຄະນະພັກ, ສະມາຊິກພັກຢູ່ໃນທົ່ວກອງທັບ ແລະ ຜ່ານກອງປະຊຸມໃຫຍ່ໃນຄັ້ງນີ້ ຈະເຮັດໃຫ້ຄຸນນະພາບ, ບົດບາດຄວາມສາມາດການນໍາພາຂອງຄະນະພັກ ໄດ້ຮັບການເຊີດຊູຂຶ້ນຕື່ມ.
    |
 |
ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ ລາວ ໄດ້ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ ໃນ ວັນທີ 7 ສິງຫາ 2025. ພາບ: kongthap.gov.la |
ຕະຫຼອດໄລຍະຊຸມປີຜ່ານມາ, ຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ລາວ ໄດ້ນໍາພາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ລາວ ຢ່າງເປັນຂະບວນການຟົດຟື້ນຕໍ່ເນື່ອງ ແລະມີຜົນສໍາເລັດທີ່ໜ້າຊື່ນຊົມຫຼາຍດ້ານ ບົນພື້ນຖານປະຕິບັດມະຕິ ວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດລາວ ວາງອອກ ໃນນີ້, ດ້ານການປັບປຸງປົວແປງພາຍໃນພັກ ໄດ້ດໍາເນີນແຕ່ຂັ້ນຮາກຖານພັກ ເຮັດໃຫ້ຄະນະພັກທຸກຂັ້ນ, ສະມາຊິກພັກທຸກສະຫາຍ ໄດ້ມີການປັບປຸງຕົນເອງທາງດ້ານຄວາມຮັບຮູ້, ທັດສະນະ, ຄຸນສົມບັດສິນທໍາປະຕິວັດ ແລະການກະທໍາອັນພົ້ນເດັ່ນທີ່ສໍາຄັນແມ່ນການຈັດຕັ້ງດໍາເນີນຊີວິດການເມືອງພາຍໃນພັກ, ເສີມຂະຫຍາຍປະຊາທິປະໄຕ ເຊິ່ງສະແດງອອກໃນການປະກອບຄໍາຄິດຄໍາເຫັນຂອງຄະນະພັກ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງໃນທົ່ວກອງທັບເຂົ້າໃນຮ່າງລາຍງານການເມືອງ, ທາບທາມບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ລາວ ຢ່າງມີປະຊາທິປະໄຕ ແລະ ກວ້າງຂວາງ ສ້າງເງື່ອນໄຂໃຫ້ກອງປະຊຸມໄດ້ໄຂຂຶ້ນຕາມແຜນການທີ່ວາງໄວ້.
ກອງປະຊຸມໃຫຍ່ຄັ້ງນີ້, ມີຜູ້ແທນສົມບູນ 230 ສະຫາຍ, ຍິງ 3 ສະຫາຍ ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກໃນທົ່ວກໍາລັງຫຼວງ. ໃນໄລຍະດໍາເນີນກອງປະຊຸມເປັນເວລາ 2 ວັນນັ້ນ ບັນດາຜູ້ແທນຈະໄດ້ຮັບຟັງລາຍງານການເມືອງທັງ 2 ພາກ ເພື່ອຊອກໃຫ້ເຫັນດ້ານດີ, ດ້ານອ່ອນ, ສາເຫດ ແລະຮັບຮອງເອົາທິດທາງແຜນການຄາດໝາຍສູ້ຊົນແຕ່ນີ້ຮອດປີ 2030. ພ້ອມກັນນັ້ນ, ຍັງຈະໄດ້ຮັບຟັງການປະກອບຄໍາຄິດຄໍາເຫັນຂອງບັນດາຄະນະພັກອົງການ-ກົມກອງຈໍານວນໜຶ່ງ ກ່ຽວກັບການຈັດຕັ້ງປະຕິບັດໜ້າທີ່ປ້ອງກັນຊາດ ແລະການປັບປຸງກໍາລັງກໍ່ສ້າງກົມກອງຂອງຕົນໃນຊຸມປີຜ່ານມາ. ກອງປະຊຸມໃຫຍ່ ຍັງຈະໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ຊຸດໃໝ່, ປ່ອນບັດເລືອກຕັ້ງເອົາຜູ້ແທນສົມບູນ ແລະ ສໍາຮອງ ເພື່ອໄປຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້. ກອງປະຊຸມໃຫຍ່ ຍັງຈະໄດ້ຮັບຟັງການໂອ້ລົມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ, ປະທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ. ວາລະດໍາເນີນກອງປະຊຸມໃຫຍ່ສຸດທີ່ເຄັ່ງຮ້ອນ, ເວລາຈໍາກັດ, ເນື້ອໃນວຽກງານທີ່ຈະພ້ອມກັນຄົ້ນຄວ້າພັດຫຼາຍ, ຍິ່ງກວ່າເວລາໃດໝົດ, ບັນດາຜູ້ແທນທີ່ເຂົ້າຮ່ວມຈະຕ້ອງໄດ້ພ້ອມກັນຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ ຕໍ່ພັກ, ຕໍ່ຊະຕາກໍາຂອງປະເທດຊາດດ້ວຍການເສີມຂະຫຍາຍປະຊາທິປະໄຕ, ສຸມທຸກສະຕິປັນຍາ, ເຫື່ອແຮງຂອງຕົນເຂົ້າໃນການຄົ້ນຄວ້າຕົກລົງຮັບຮອງເປັນເອກະພາບບັນຫາສໍາຄັນຕ່າງໆຂອງກອງປະຊຸມໃຫຍ່ໃຫ້ບັນລຸຜົນສໍາເລັດຢ່າງຈົບງາມ.
ບັນດາພະນັກງານ, ສະມາຊິກພັກ ແລະນັກຮົບໃນທົ່ວກອງທັບ ຈົ່ງພ້ອມກັນອວ່າຍໜ້າມາສູ່ກອງປະຊຸມໃຫຍ່, ຍົກສູງມານະຈິດຟົດຟື້ນປະຕິວັດ, ເຊີດຊູສະຕິລະວັງຕົວກຽມພ້ອມຕອບຕ້ານທຸກກົນອຸບາຍມ້າງເພທໍາລາຍຂອງອິດທິກໍາລັງປໍລະປັກ ແລະພວກຄົນບໍ່ດີ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຢູ່ອ້ອມຂ້າງພັກ, ບຸກບືນຜ່ານຜ່າທຸກອຸປະສັກຫຍຸ້ງຍາກ ພ້ອມກັນເຮັດສໍາເລັດໜ້າທີ່ການເມືອງທີ່ຮັບມອບໝາຍຢ່າງຈົບງາມ. ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ ສຸດທີ່ມີຄວາມໝາຍສໍາຄັນຢ່າງຍິ່ງ, ເປັນຂີດໝາຍແຫ່ງການເຕີບໃຫຍ່ເຂັ້ມແຂງຂອງພັກໃນກໍາລັງປະກອບອາວຸດປ້ອງກັນຊາດ, ຜ່ານຈາກກອງປະຊຸມໃຫຍ່ຄັ້ງນີ້ ພວກເຮົາຈະກໍານົດທິດທາງໜ້າທີ່ ເພື່ອນໍາພາທົ່ວກອງທັບ ກ້າວຂຶ້ນ ດ້ວຍບາດກ້າວອັນໜັກແໜ້ນ, ສ້າງກອງທັບປະຕິວັດ, ແບບແຜນ ແລະທັນສະໄໝ.
ໂດຍ: ຄອນສະຫວັນ ໄຊຍະລາດ