leftcenterrightdel
ທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ແລະທ່ານ Mohammed bin Zayed Al Nahyan ປະທານາທິບໍດີ ສະຫະລັດ ອາຣັບ ເອມີເລດ. ພາບ:  Sputnik/Alexei Nikolsky/Pool via REUTERS

ໃນການພົບປະເຈລະຈາກັບທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ໃນວັນທີ 7 ສິງຫາ, ຢູ່ວັງ Krmelin ໃນຂອບເຂດການຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການຂອງທ່ານ Mohammed bin Zayed Al Nahyan ປະທານາທິບໍດີ ສະຫະລັດ ອາຣັບ ເອມີເລດ (UAE), ການນຳສອງທ່ານ ໄດ້ປຶກສາຫາລືກ່ຽວກັບແງ່ມູນຂອງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ. ໃນນັ້ນ, ສອງຝ່າຍໄດ້ເຫັນດີເປັນເອກະພາບກ່ຽວກັບການເປີດກວ້າງການຮ່ວມມືໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ອາວະກາດ, ພະລັງງານ ແລະບັນດາຂົງເຂດອື່ນໆຮັບໃຊ້ໃຫ້ແກ່ບັນດາບຸລິມະສິດພັດທະນາຂອງສອງປະເທດ. ປະທານາທິບໍດີສອງທ່ານ ກໍ່ແລກປ່ຽນກ່ຽວກັບລະດັບຄວາມສຳຄັນຂອງກອງປະຊຸມສຸດຍອດ ລັດເຊຍ - ອາຣັບ ໃນເດືອນຕຸລາ ຈະມາເຖິງ, ເພື່ອແນໃສ່ເພີ່ມທະວີການພົວພັນລະຫວ່າງ ລັດເຊຍ ກັບ ໂລກ ອາຣັບ. ທ່ານ Al Nahyan ເນັ້ນໜັກວ່າ ການພົວພັນລະຫວ່າງ UAE ແລະລັດເຊຍ ບົນຄວາມໄວ້ເນື້ອເຊື່ອໃຈ ແລະເຄົາລົບເຊິ່ງກັນ ແລະກັນ, ກໍ່ຄືການພົວພັນຢ່າງເລິກເຊິ່ງ ແລະມີລັກສະນະສ້າງສັນໄດ້ແກ່ຍາວເປັນເວລາກວ່າ 50 ປີແລ້ວ, ພ້ອມທັງຕີລາຄາສູງບົດບາດຂອງ ລັດເຊຍ ໃນການຮັກສາສັນຕິພາບ ແລະສະຖຽນລະພາບໃນພາກພື້ນ ແລະສາກົນ.

ແຫຼ່ງຄັດຈາກ: vovworld.vn