ພາສີອາກອນຂອງອາເມລິກາ: ບັນດາປະເທດອາຊີ ມີປະຕິກິລິຍາທີ່ແຕກຕ່າງກັນ
ພາຍຫຼັງປະທານາທິບໍດີ ອາເມລິກາ Donald Trump ປະກາດນະໂຍບາຍພາສີໃໝ່ໃນວັນທີ 1 ສິງຫາ, ບັນດາປະເທດອາຊີ ໄດ້ມີປະຕິກິລິຍາແຕກຕ່າງກັນຈາກການຊົມເຊີຍຕະຫຼອດຮອດມີຄວາມວິຕົກກັງວົນ.
    |
 |
ລົດໂອໂຕ ຢູ່ທ່າກໍາປັ່ນ Pyeongtaek, ທາງທິດໃຕ້ນະຄອນຫຼວງເຊີອູນ, ສ.ເກົາຫຼີ. ພາບປະກອບ: Yonhap/TTXVN |
ໄທ ແລະກໍາປູເຈຍ ແມ່ນສອງປະເທດບັນລຸໄດ້ຂໍ້ຕົກລົງດ້ວຍອັດຕາພາສີບຸລິມະສິດ 19%. ລັດຖະບານໄທ ຖືວ່ານີ້ແມ່ນ “ຜົນສຳເລັດໃຫຍ່” ໃນການຮັກສາສະຖຽນລະພາບດ້ານເສດຖະກິດ ແລະກຳລັງຄວາມສາມາດການສົ່ງອອກ. ທ່ານນາຍົກລັດຖະມົນຕີ ກໍາປູເຈຍ Hun Manet ກໍ່ຊົມເຊີຍຂໍ້ຕົກລົງ ແລະຖືນີ້ແມ່ນ “ຂ່າວດີສຸດ” ສຳລັບພື້ນຖານເສດຖະກິດປະເທດນີ້.
ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shigeru Ishiba ໃຫ້ຮູ້ວ່າ: ໂຕກຽວ ຈະສືບຕໍ່ຊຸກຍູ້ຂໍ້ຕົກລົງດ້ານການຄ້າສອງຝ່າຍເພື່ອແນໃສ່ຫຼຸດຜ່ອນອັດຕາພາສີ 25% ປະຈຸບັນສຳລັບລົດໂອໂຕ ແລະເຄື່ອງອາໄຫຼ່ລົດໂອໂຕຍີ່ປຸ່ນ ສົ່ງອອກໄປຍັງອາເມລິກາ. ໃນຂະນະນັ້ນ ລັດຖະບານ ສ.ເກົາຫຼີ ໄດ້ຈັດການປະຊຸມດ່ວນເພື່ອຕີລາຄາຜົນກະທົບຂອງອັດຕາພາສີໃໝ່.
ຈີນ ແມ່ນພື້ນຖານເສດຖະກິດໃຫຍ່ທີສອງຂອງໂລກ ແລະພວມໃນວິວັດການເຈລະຈາດ້ານການຄ້າກັບອາເມລິກາ ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງ. ທ່ານ Guo Jiakun ໂຄສົກກະຊວງການຕ່າງປະເທດຈີນ ມີຄຳເຕືອນວ່າບັນດານະໂຍບາຍອາລັກຂາ ຈະ “ກໍ່ຜົນຮ້າຍເຖິງຜົນປະໂຫຍດຂອງທຸກຝ່າຍ”.
ແຫຼ່ງຄັດຈາກ: vovworld.vn