leftcenterrightdel
ທ່ານປະທານາທິບໍດີລັດເຊຍ Vladimir Putin. ພາບ: TASS

ໃນການພົບປະກັບນັກຂ່າວພາຍຫຼັງການຕ້ອນຮັບທ່ານ Alexander Lukashenko ປະທານາທິບໍດີເບລາຣຸດ ໃນວັນທີ 1 ສິງຫາຢູ່ປະເທດ Karelia ພາກເໜືອລັດເຊຍ, ປະທານາທິບໍດີລັດເຊຍ ເຕືອນວ່າ ທຸກຄວາມເສຍຫວັງກ່ຽວຂ້ອງເຖິງເລື່ອງແກ້ໄຂການປະທະກັນລະຫວ່າງ ລັດເຊຍ ແລະຢູແກຼນ ລ້ວນແຕ່ເລີ່ມມາຈາກຄວາມຫວັງເກີນໄປ. ທ່ານ Putin ຖືວ່າ ບັນດາຝ່າຍຄວນດຳເນີນການເຈລະຈາໃຫ້ລະອຽດ ເພື່ອບັນລຸມາດຕະການສັນຕິພາບ ແລະທ່ານ Putin ເນັ້ນໜັກຄວາມປາດຖະໜາຢາກມີພື້ນຖານສັນຕິພາບຢ່າງໝັ້ນຄົງ ແລະຍາວນານຢູ່ຢູແກຼນ ແຕ່ຕ້ອງອີງໃສ່ພື້ນຖານຮັບປະກັນຜົນປະໂຫຍດ ແລະຄວາມໝັ້ນຄົງຂອງສອງຝ່າຍ.

ແຫຼ່ງຄັດຈາກ: vovworld.vn