ໃນເວລາ 2 ໂມງປາຍ ຂອງຕອນເຊົ້າວັນທີ 30 ກໍລະກົດ, ຕາມເວລາສາກົນ, ໄດ້ເກີດເຫດແຜ່ນດິນໄຫວທີ່ມີຄວາມແຮງ 8,8 ຣິກເຕີ ຢູ່ນອກຝັ່ງທະເລບໍລິເວນແຫຼມ Kamchatka, ເຂດຕາເວັນອອກໄກຂອງ ລັດເຊຍ. ນີ້ແມ່ນເຫດແຜ່ນດິນໄຫວແຮງທີ່ສຸດທີ່ເກີດຂຶ້ນຢູ່ ແຫຼມ Kamchatka ນັບແຕ່ປີ 1952 ມານີ້.

leftcenterrightdel
ພາບປະກອບຈາກ VolcanoDiscovery.

ເຫດແຜ່ນດິນໄຫວໄດ້ເຮັດໃຫ້ບັນດາເຂດໃນພາກພື້ນ ປາຊີຟິກ, ລວມມີ: ຍີ່ປຸ່ນ, Hawaii, ລັດເຊຍ ແລະ ເອກົວດໍ, ຕ້ອງປະກາດຄຳກ່າວເຕືອນເກີດຄື້ນຟອງຍັກ. ລຽບຕາມແຄມທະເລລັດ California, ອາເມລິກາ ກໍໄດ້ຮັບຄຳເຕືອນໄພອັນຕະລາຍເຊັ່ນດຽວກັນ.

ແຫຼ່ງຄັດຈາກ: vovworld.vn