ວັນທີ 29 ກໍລະກົດ, ອາເມລິກາ ແລະ ຈີນ ໄດ້ເຫັນດີສືບຕໍ່ເຈລະຈາກ່ຽວກັບການຕໍ່ກຳນົດເວລາຂໍ້ຕົກລົງຢຸດຕິການຈັດວາງອັດຕາພາສີຊົ່ວຄາວ, ພາຍຫຼັງ 2 ວັນໂຮມປະຊຸມຢູ່ Stockholm (ຊູແອັດ) ເພື່ອແນໃສ່ບັນລຸໄດ້ຂໍ້ຕົກລົງດ້ານການຄ້າ ກ່ອນກຳນົດເວລາໃນວັນທີ 12 ສິງຫາ ຈະມາເຖິງ.

leftcenterrightdel
ກ່ຳປັ່ນຂົນສົ່ງສິນຄ້າຂອງຈີນ ຢູ່ທ່າກ່ຳປັ່ນ Long Beach, Los Angeles, ອາເມລິກາ. ພາບປະກອບຈາກສໍານັກຂ່າວສານຫວຽດນາມ.

ຮອບເຈລະຈາດ້ານເສດຖະກິດ ແລະ ການຄ້າຫຼ້າສຸດ ລະຫວ່າງ ອາເມລິກາ ແລະ ຈີນ, ໂດຍທ່ານຮອງນາຍົກລັດຖະມົນຕີ ຈີນ ຮ່າຫຼີເຟິງ ແລະ ທ່ານລັດຖະມົນຕີກະຊວງການເງິນ ອາເມລິກາ Scott Bessent ນຳໜ້າ. ເຖິງວ່າທັງສອງຝ່າຍລ້ວນແຕ່ບໍ່ໄດ້ປະກາດບໍ່ວ່າເນື້ອໃນລາຍລະອຽດນັບແຕ່ຮອບເຈລະຈາຂອງການເຈລະຈາໃນ 2 ວັນດັ່ງກ່າວເທື່ອ, ແຕ່ຝ່າຍ ອາເມລິກາ ຢັ້ງຢືນວ່າ ຮອບເຈລະຈາກັບ ຈີນ ໃນຄັ້ງນີ້ແມ່ນ “ມີລັກສະນະສ້າງສັນ”.

ໃນຂະນະນັ້ນ, ເມື່ອກ່າວຄຳເຫັນໃນກອງປະຊຸມຖະແຫຼງຂ່າວພາຍຫຼັງການເຈລະຈາ, ທ່ານ ຫຼີຊຽງແສງ ໃຫ້ຮູ້ວ່າ ບັນດາການເຈລະຈາຢູ່ Stockholm ໄດ້ດຳເນີນໄປຢ່າງ “ກົງໄປກົງມາ, ເລິກເຊິ່ງ ແລະ ສ້າງສັນ”.

ແຫຼ່ງຄັດຈາກ: vovworld.vn