ສ.ອາເມລິກາ-ເມັກຊິກ ຂະຫຍາຍເວລາເຈລະຈາການຄ້າອອກໄປອີກ 3 ເດືອນ
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍຊິງຕັນ, ປະເທດ ສ.ອາເມລິກາ ເມື່ອວັນທີ 1 ສິງຫາວ່າ: ທ່ານ ໂດນັສ ທຣຳ ປະທານາທິບໍດີ ສ.ອາເມລິກາ ປະກາດຜ່ານແພລຟອມທຣູໂຊຊຽວວ່າ: ສ. ອາເມລິກາ ໄດ້ຂະຫຍາຍໄລຍະເວລາ ການເຈລະຈາການຄ້າກັບເມັກຊິກ ອອກໄປຕື່ມອີກ 90 ວັນ ຫຼັງຈາກປຶກສາຫາລືທາງໂທລະສັບກັບປະທານາທິບໍດີ ຄລໍເດຍ ໄຊບາວ ຂອງ ເມັກຊິກ.