ແຜ່ນດິນໄຫວຢູ່ Kamchatka: ຫຼາຍປະເທດຫຼຸດລະດັບການແຈ້ງເຕືອນ ຊູນາມີ
ຕອນຄ່ຳວັນທີ 30 ກໍລະກົດ, ອົງການອຸຕຸນິຍົມປະເທດຍີຸ່ປຸ່ນ ໄດ້ຫຼຸດລະດັບແຈ້ງກ່າວເຕືອນຄວາມສ່ຽງ ແຕ່ລະດັບເຕືອນໄພລົງລະດັບຕ້ອງເອົາໃຈໃສ່.
ເຖິງວ່າຍັງສັງເກດ ໄດ້ຈຸດເວລາຮ້າຍແຮງທີ່ສຸດຂອງ ຊູນາມີ ຍັງບໍ່ທັນຜ່ານໄປ, ແຕ່ຍ້ອນລະດັບຄວາມແຮງຂອງຊູນາມີທີ່ຊັດເຂົ້າ ຍີ່ປຸ່ນ ໄດ້ຫຼຸດລົງຫຼາຍພໍສົມຄວນ. ດ່ັງນັ້ນ, ຕອນຄ່ຳວັນທີ 30 ກໍລະກົດ, ອົງການອຸຕຸນິຍົມປະເທດນີ້ ໄດ້ຫຼຸດລະດັບແຈ້ງກ່າວເຕືອນຄວາມສ່ຽງ ແຕ່ລະດັບເຕືອນໄພ ລົງລະດັບຕ້ອງເອົາໃຈໃສ່. ເຖິງຢ່າງໃດກໍຕາມ ອົງການນີ້ຍັງໃຫ້ຂໍ້ສັງເກດວ່າ ຄວາມສ່ຽງຈະແກ່ຍາວຢ່າງໜ້ອຍສຸດໃນ 1 ວັນ, ພ້ອມທັງຮຽກຮ້ອງໃຫ້ຜູ້ຄົນທີ່ດຳລົງຊີວິດຢູ່ເຂດຕ່ຳ ແລະ ເຂດໃກ້ຫາດຊາຍທະເລ, ປະຕູແມ່ນ້ຳສືບຕໍ່ຍົກຍ້າຍໄປຍັງບ່ອນປອດໄພ. ຢູ່ອາເມລິກາ, ສູນແຈ້ງເຕືອນຊູນາມີ ປາຊີຟິກ (PTWC) ໃນວັນທີ 30 ກໍລະກົດ ກໍ່ຫຼຸດລະດັບກ່າວເຕືອນ ຊູນາມີ ຈາກລະດັບເຕືອນໄພລົງລະດັບແຈ້ງເຕືອນ. ຕາມນັ້ນແລ້ວ, ບໍ່ຈະມີ ຊູນາມີຂະໜາດໃຫຍ່ຊັດເຂົ້າ ລັດ Hawaii ຂອງອາເມລິກາ ແລະປະຊາຊົນອາດສາມາດກັບເມືອບ້ານຂອງຕົນໄດ້. ຢູ່ລັດເຊຍ, ທ່ານ Sergei Lebedev ການນຳອົງການຮັບມືກັບສະພາວະສຸກເສີນແຂວງ Kamchatka, ໃນຕອນຄ່ຳວັນທີ 30 ກໍລະກົດ ໄດ້ປະກາດວ່າ ການແຈ້ງເຕືອນຊູນາມີ ໄດ້ຍົກເລີກພາຍຫຼັງໄລຍະເວລາ 11 ຊົ່ວໂມງ. ການແຈ້ງເຕືອນຢູ່ເກາະ Sakhalin ແລະເທດສະບານ Severo-Kurilsk ຢູ່ໝູ່ເກາະ Kuril ເຂດຕາເວັນອອກໄກ ຂອງລັດເຊຍ ກໍ່ໄດ້ຍົກເລີກພ້ອມກັນ. ຟີລິບປິນ ແລະປະເທດເກາະ Micronesia ກໍ່ຍົກເລີກການແຈ້ງເຕືອນພາຍຫຼັງໄດ້ຮັບຮູ້ວ່າບໍ່ມີຄວາມສ່ຽງຢ່າງຮ້າຍແຮງຈາກ ຊູນາມີ.
ແຫຼ່ງຄັດຈາກ: vovworld.vn