ກ່າວຄຳເຫັນທີ່ການຢ້ຽມຢາມ ສ.ໄຊປຣັດ ໃນວັນທີ 31 ກໍລະກົດ, ທ່ານລັດຖະມົນຕີການຕ່າງປະເທດ ຝລັ່ງ Jean-Noel Barrot ໄດ້ເນັ້ນໜັກເຖິງຫຼັກໝັ້ນຂອງ ປາຣີຕໍ່ວິກິດການຢູ່ເຂດ ກາຊາ, ທ່ານຢັ້ງຢືນຄືນແນວຄິດຂອງທ່ານປະທານາທິບໍດີ ຝລັ່ງ Emmanuel Macron ກ່ຽວກັບເລື່ອງຮັບຮອງປະເທດລັດ ປາແລັດສະຕິນ ຢ່າງເປັນທາງການຢູ່ກອງປະຊຸມຂອງສະມັດຊາໃຫຍ່ ສປຊ ທີ່ຈະດຳເນີນໃນເດືອນກັນຍາຈະມາເຖິງ.

leftcenterrightdel
ພາບປະກອບ: REUTERS/Dawoud Abu Alkas

ທ່ານກໍ່ກ່າວປະນາມເລື່ອງຫັນການເຄື່ອນໄຫວສະໜອງການຊ່ວຍເຫຼືອດ້ານມະນຸດສະທຳເປັນການທະຫານ ແລະ ຮຽກຮ້ອງຢຸດຕິບັນດາແຜນການຕັ້ງຖີ່ນຖານຄົງທີ່ຂອງ ອິດສະລາແອັນ. ທ່ານໃຫ້ຮູ້ວ່າໃນວັນທີ 1 ສິງຫາ, ຝລັ່ງຈະເລີ່ມຂົນສົ່ງເຄື່ອງຊ່ວຍເຫຼືອມະນຸດສະທຳ 40 ໂຕນດ້ວຍທາງການບິນໄປຍັງເຂດກາຊາ, ພ້ອມທັງນຳໃຊ້ທຸກຊ່ອງທາງທີ່ມີຢູ່ແລ້ວ ທາງການບິນ, ທາງທະເລ ແລະ ທາງບົກເພື່ອເປີດກວ້າງການເຄື່ອນໄຫວຊ່ວຍເຫຼືອນີ້.

ສ່ວນຝ່າຍສ.ໄຊປຣັດ, ທ່ານລັດຖະມົນຕີການຕ່າງປະເທດ Constantinos Kombos ກໍ່ໄດ້ຮຽກຮ້ອງໃຫ້ປ່ອຍບັນດາຕົວປະກັນເປັນອິດສະຫລະໃນທັນທີ, ພ້ອມທັງເນັ້ນໜັກວ່າ ສ.ໄຊປຣັດ ພ້ອມແລ້ວທີ່ຈະກາຍເປັນ ສູນພະລາທິການ ໃຫ້ແກ່ການເຄື່ອນໄຫວມະນຸດສະທຳຢູ່ເຂດກາຊາ.

ແຫຼ່ງຄັດຈາກ: vovworld.vn