ປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ສິ້ນສຸດການປະຕິບັດງານຢູ່ຕ່າງປະເທດ
ຕອນເຊົ້າວັນທີ 31 ກໍລະກົດ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເດີນທາງມາຮອດສະໜາມບິນ ໂນ້ຍບ່າຍ (ຮ່າໂນ້ຍ), ສິ້ນສຸດການໄປປະຕິບັດງານເຂົ້າຮ່ວມກອງປະຊຸມບັນດາປະທານສະພາແຫ່ງຊາດໃນໂລກ ຄັ້ງທີ 6 ຢູ່ ສະວິດ; ດຳເນີນບັນດາການເຄື່ອນໄຫວສອງຝ່າຍຢູ່ສະວິດ; ຢ້ຽມຢາມ ມາຣົກ ແລະ ເຊນາການ ຢ່າງເປັນທາງການແຕ່ວັນທີ 22-30 ກໍລະກົດ.
ໃນການຢ້ຽມຢາມ ເຊເນການ ແລະ ມາຣົກ ຢ່າງເປັນທາງການ, ທ່ານປະທານສະພາແຫ່ງຊາດ ໄດ້ມີການພົບປະສອງຝ່າຍ, ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງແຕ່ລະປະເທດ; ເຂົ້າຮ່ວມການໂອ້ລົມສົນທະນາກ່ຽວກັບນະໂຍບາຍຊຸກຍູ້ການຮ່ວມມື ຫວຽດນາມ - ເຊເນການ; ການໂອ້ລົມສົນທະນາກ່ຽວກັບນະໂຍບາຍຊຸກຍູ້ການຮ່ວມມື ຫວຽດນາມ - ມາຣົກ. ມີຂໍ້ຕົກລົງທັງໝົດ 8 ສະບັບ ໄດ້ຮັບການລົງນາມຢູ່ທັງສອງປະເທດ. ຢູ່ ສະວິດ, ທ່ານປະທານສະພາແຫ່ງຊາດ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາ “ສ້າງ ແລະເຄື່ອນໄຫວສູນການເງິນສາກົນ - ຂໍ້ສະເໜີແນະສຳລັບ ຫວຽດນາມ”.
    |
 |
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ພ້ອມດ້ວຍພັນລະຍາ ອອກຈາກ ເຊີແນວ ກັບຄືນປະເທດ. ພາບ: ສໍານັກຂ່າວສານຫວຽດນາມ |
ໃນວາລະປະຊຸມຄົບຄະນະ ເຊິ່ງນອນໃນຂອບເຂດເຂົ້າຮ່ວມກອງປະຊຸມບັນດາປະທານສະພາແຫ່ງຊາດໃນໂລກ ຄັ້ງທີ 6 ຢູ່ ສະວິດ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ກໍໄດ້ສົ່ງສານ “ຊຸກຍູ້ການຮ່ວມມື, ສາມັກຄີລັດຖະສະພາ ແລະລັດທິຫຼາຍຝ່າຍ ເພື່ອຜົນປະໂຫຍດຂອງປະຊາຊົນທຸກຄົນໃນໂລກ”. ທ່ານປະທານສະພາແຫ່ງຊາດ ກໍໄດ້ມີການພົບປະສອງຝ່າຍກັບບັນດາການນຳຂັ້ນສູງຂອງສະພາແຫ່ງຊາດ, ລັດຖະສະພາບັນດາປະເທດອີກດ້ວຍ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ