ວັນທີ 31 ກໍລະກົດ, ກ່າວຄຳເຫັນຢູ່ສະພາຄວາມໝັ້ນຄົງ ສປຊ, ທ່ານ John Kelley ນັກການທູດຂັ້ນສູງ ອາເມລິກາ ຖືວ່າ ໄດ້ຮອດເວລາ ທີ່ໃຫ້ທັງລັດເຊຍ ແລະ ຢູແກຼນ ເຈລະຈາເພື່ອບັນລຸໄດ້ຂໍ້ຕົກລົງຢຸດຍິງ ແລະ ມຸ່ງໄປເຖິງພື້ນຖານສັນຕິພາບແບບຍືນຍົງ.
ທ່ານ John Kelley ກໍ່ຢ້ຳຄືນເລື່ອງທ່ານປະທານາທິບໍດີ ອາເມລິກາ Donald Trump ສະເໜີໃຫ້ສອງຝ່າຍປະຕິບັດສຳເລັດວຽກງານນີ້ກ່ອນວັນທີ 8 ສິງຫາ, ພ້ອມທັງຢັ້ງຢືນວ່າ ອາເມລິກາ ພ້ອມແລ້ວທີ່ຈະປະຕິບັດບັນດາມາດຕະການເພີ່ມເຕີມເພື່ອຮັບປະກັນສັນຕິພາບ. ກ່ອນໜ້ານັ້ນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ກ່າວເຕືອນວ່າ ອາເມລິກາ ຈະຈັດວາງມາດຕະການລົງໂທດເພີ່ມເຕີມສຳລັບ ລັດເຊຍ ແລະ ບັນດາປະເທດທີ່ຊື້ສິນຄ້າສົ່ງອອກຂອງ ລັດເຊຍ ຖ້າປະເທດນີ້ ບໍ່ບັນລຸໄດ້ຂໍ້ຕົກລົງຢຸດຕິການປະທະກັນກັບ ຢູແກຼນ ໂດຍໄວ.
ແຫຼ່ງຄັດຈາກ vovworld.vn
Type the code from the image