ນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໂອ້ລົມທາງໂທລະສັບກັບນາຍົກລັດຖະມົນຕີມາເລເຊຍ
ກປ.ອອນໄລ - ຕອນຄໍ່າວັນທີ 30 ກໍລະກົດ, ຕາມຄໍາສະເໜີຂອງຝ່າຍມາເລເຊຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ໂອ້ລົມທາງໂທລະສັບກັບທ່ານ Anwar Ibrahim ນາຍົກລັດຖະມົນຕີມາເລເຊຍ.
ທ່ານນາຍົກລັດຖະມົນຕີ Anwar Ibrahim ໄດ້ແຈ້ງໃຫ້ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຮັບຊາບກ່ຽວກັບຫຼາຍມາດຕະການທີ່ມາເລເຊຍ ໃນຖານະເປັນປະທານອາຊຽນ 2025 ເພື່ອແກ້ໄຂຄວາມເຄັ່ງຕຶງຢູ່ເຂດຊາຍແດນ ກຳປູເຈຍ-ໄທ; ເນັ້ນໜັກເຖິງແຜນນະໂຍບາຍຂອງມາເລເຊຍ ໃນການຊຸກຍູ້ການເຈລະຈາ ແລະຮັບປະກັນຄວາມສາມັກຄີ, ຄວາມເປັນເອກະພາບໃນການແກ້ໄຂຄວາມເຄັ່ງຕຶງຢູ່ເຂດຊາຍແດນ ກໍາປູເຈຍ-ໄທ; ສືບຕໍ່ຮຽກຮ້ອງໃຫ້ກຳປູເຈຍ ແລະໄທ ຄວບຄຸມ, ບໍ່ນໍາໃຊ້ກຳລັງຮຸນແຮງ, ແກ້ໄຂຄວາມຂັດແຍ້ງກັນໂດຍສັນຕິວິທີ ແລະສົມເຫດສົມຜົນບົນພື້ນຖານຫຼັກການພື້ນຖານຂອງກົດໝາຍສາກົນ, ກົດບັດສະຫະປະຊາຊາດ, ກົດບັດອາຊຽນ, ສົນທິສັນຍາມິດຕະພາບ ແລະການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້.
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ທີ່ການໂອ້ລົມທາງໂທລະສັບກັບທ່ານ Anwar Ibrahim ນາຍົກລັດຖະມົນຕີມາເລເຊຍ. ພາບ: ສໍານັກຂ່າວສານຫວຽດນາມ. |
ກ່ຽວກັບການຮ່ວມມືສອງຝ່າຍ, ທ່ານນາຍົກລັດຖະມົນຕີສອງທ່ານ ເຫັນດີຈະສືບຕໍ່ພົບປະແລກປ່ຽນ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ສົມທົບກັນເພື່ອໃຫ້ມີມາດຕະການ ເພື່ອເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ມາເລເຊຍ ເລິກເຊິ່ງກວ່າອີກ, ໃນນັ້ນສຸມໃສ່ຊຸກຍູ້ການຮ່ວມມືປ່ຽນແປງໃໝ່ປະດິດຄິດສ້າງ, ວິທະຍາສາດ-ເຕັກໂນໂລຢີ, ພະລັງງານ ແລະສົ່ງໄຟຟ້າລະຫວ່າງ ຫວຽດນາມ, ມາເລເຊຍ, ສິງກະໂປ ເພື່ອສ້າງຂຶ້ນເຄືອຂ່າຍໄຟຟ້າໃນອາຊຽນ; ລົງນາມໃນຂໍ້ຕົກລົງກ່ຽວກັບການຄ້າເຂົ້າສານໂດຍໄວ ເພື່ອໃຫ້ຫວຽດນາມ ໜູນຊ່ວຍມາເລເຊຍ ໃນການຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ. ນາຍົກລັດຖະມົນຕີສອງທ່ານ ຍັງປຶກສາຫາລືບັນດາບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີບັນຫາການຄ້າ ແລະພາສີກັບບັນດາປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ຄວາມຈະເລີນຮຸ່ງເຮືອງຂອງສອງປະເທດ, ພາກພື້ນ ແລະໃນໂລກ.
ໂດຍ: ຈາງຫງວຽນ