ການພົວພັນ ລັດເຊຍ - ລາວພວມພັດທະນາໂດຍໄວ ນີ້ແມ່ນຄຳເຫັນຂອງທ່ານປະທານາທິບໍດີ ລັດເຊຍ Vladimir Putin ພາຍຫຼັງການໂອ້ລົມເຈລະຈາກັບທ່ານປະທານປະເທດລາວ ທອງລຸນ ສີສຸລິດ ຢູ່ ມົດສະກູ, ໃນວັນທີ 31 ກໍລະກົດ, ໃນຂອບເຂດການຢ້ຽມຢາມລັດເຊຍໃນລະຫວ່າງວັນທີ 30 ກໍລະກົດ ຫາວັນທີ 1 ສິງຫາຂອງການນຳລາວ.

leftcenterrightdel
ທ່ານ Vladimir Putin ແລະທ່ານ ທອງລຸນ ສີສຸລິດ. ພາບ: Kremlin.ru

ກ່ຽວກັບການຮ່ວມມືສອງຝ່າຍໃນໄລຍະຈະມາເຖິງ, ທ່ານປະທານາທິບໍດີ Vladimir Putin ໃຫ້ຮູ້ວ່າ ສອງປະເທດພວມຊັ່ງຊາການຈັດເສັ້ນທາງລົດໄຟຂົນສົ່ງສິນຄ້າຜ່ານຈີນ. ທ່ານ ກໍ່ໃຫ້ຮູ້ວ່າ ການຮ່ວມມືລະຫວ່າງລັດເຊຍ ແລະລາວໃນຂົງເຂດວັດທະນະທຳ ແລະມະນຸດສະທຳມີລະດັບຄວາມສຳຄັນອັນຍິ່ງໃຫຍ່ ແລະສອງຝ່າຍມີແງ່ຫວັງຮ່ວມມືເປັນຢ່າງດີໃນຂົງເຂດພະລັງງານ.

ສ່ວນທ່ານປະທານປະເທດລາວ ທອງລຸນ ສີສຸລິດ ໃຫ້ຮູ້ວ່າ ການຢ້ຽມຢາມລັດເຊຍ ແມ່ນຫຼັກໝາຍສຳຄັນໃນການເພີ່ມທະວີການຮ່ວມມືລະຫວ່າງສອງປະເທດ ແລະການພົວພັນລະຫວ່າງ ລາວ ແລະລັດເຊຍ ຈະສືບຕໍ່ໄດ້ຮັບການສ້າງຂຶ້ນບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ ແລະຄວາມເຂົ້າໃຈເຊິ່ງກັນແລະກັນ.

ແຫຼ່ງຄັດຈາກ: vovworld.vn