ການພົວພັນ ຫວຽດນາມ-ຍີ່ປຸ່ນ ຈະສືບຕໍ່ພັດທະນາຢ່າງແຂງແຮງ
ກປ.ອອນໄລ - ໃນຂອບເຂດການຢ້ຽມຢາມສັນຖະວະໄມຕີ ຍີ່ປຸ່ນ, ຕອນເຊົ້າວັນທີ 28 ກໍລະກົດ, ຢູ່ນະຄອນຫຼວງໂຕກຽວ, ຄະນະຜູ້ແທນຂັ້ນສູງຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ນໍາໂດຍທ່ານ ໂດ໋ວັນຈ໊ຽນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ມີການພົບປະກັບການນຳຂອງພັກຍຸຕິທໍາ ແລະພັກເສລີປະຊາທິປະໄຕ (LDP) ໃນພັນທະມິດກໍາອໍານາດຂອງຍີ່ປຸ່ນ.
ທີ່ການພົບປະກັບທ່ານ Saito Tesuo ປະທານພັກຍຸຕິທໍາໃນພັນທະມິດກໍາອໍານາດປະຈຸບັນຂອງຍີ່ປຸ່ນ, ທ່ານ ໂດ໋ວັນຈ໊ຽນ ຕີລາຄາສູງການພັດທະນາຂອງການພົວພັນສອງປະເທດ ໃນຫຼາຍຂົງເຂດ. ທ່ານ ໂດ໋ວັນຈ໊ຽນ ເຊື່ອໝັ້ນວ່າ ການພົວພັນລະຫວ່າງ ຫວຽດນາມ-ຍີ່ປ່ນຸ ຈະສືບຕໍ່ພັດທະນາຢ່າງແຂງແຮງໃນໄລຍະຈະມາເຖິງ.
ສ່ວນທ່ານ Saito Tesuo ໃຫ້ຮູ້ວ່າ: “ຍີ່ປຸ່ນ ແລະຫວຽດນາມ ມີສາຍພົວພັນອັນເລິກເຊິ່ງ. ໃນໄລຍະປະຈຸບັນ ກໍຄືແນວນັ້ນ. ປະຊາຄົມຊາວຫວຽດນາມ ພວມຢືນຢູ່ອັນດັບທີ 2 ກ່ຽວກັບປະລິມານໃນຈໍານວນປະຊາຄົມຊາວຕ່າງປະເທດ ອາໄສຢູ່ຍີ່ປຸ່ນ ແລະພວມປະກອບເຫື່ອແຮງພ້ອມກັບປະຊາຊົນຍີ່ປຸ່ນ ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ. ພວກຂ້າພະເຈົ້າຍາມໃດກໍ່ປາດຖະໜາຢາກພ້ອມກັບຫວຽດນາມ ເພີ່ມທະວີ ແລະເຮັດໃຫ້ການພົວພັນເລິກເຊິ່ງກວ່າອີກໃນໄລຍະຈະມາເຖິງ”.
    |
 |
|
ທ່ານ ໂດ໋ວັນຈ໊ຽນ ແລະທ່ານ Saito Tesuo ພ້ອມດ້ວຍຄະນະຜູ້ແທນທີ່ການພົບປະ. ພາບ: vov.vn |
ຕໍ່ຈາກນັ້ນ, ທ່ານ ໂດ໋ວັນຈ໊ຽນ ໄດ້ມີການເຮັດວຽກກັບທ່ານນາງ Obuchi Yuko ປະທານພັນທະມິດສະມາຊິກລັດຖະສະພາມິດຕະພາບ ຍີຸ່ປຸ່ນ-ຫວຽດນາມ. ຢູ່ທີ່ນີ້, ທ່ານ ໂດ໋ວັນຈ໊ຽນ ຕີລາຄາສູງບົດບາດ, ທີ່ຕັ້ງຂອງພັນທະມິດສະມາຊິກລັດຖະສະພາ ຍີ່ປຸ່ນ-ຫວຽດນາມ. ສ່ວນທ່ານນາງ Obuchi Yuko ໃຫ້ຄໍາໝັ້ນສັນຍາ ຈະສືບຕໍ່ມານະພະຍາຍາມເພື່ອຊຸກຍູ້ການພົວພັນສອງຝ່າຍໃນໄລຍະຈະມາເຖິງ.
ຕອນບ່າຍວັນດຽວກັນ, ທ່ານ ໂດ໋ວັນຈ໊ຽນ ໄດ້ມີການພົບປະກັບທ່ານ Gemba Koichiro ຮອງປະທານສະພາຕໍ່າຍີ່ປຸ່ນ ແລະທ່ານ Shii Kazuo ປະທານພັກກອມມູນິດຍີ່ປຸ່ນ.
ໂດຍ: ທູຈາງ