ລາວ ຈັດພິທີເອົາທຸງອາຊຽນ ຂຶ້ນສູ່ຍອດເສົາ
ໃນຕອນເຊົ້າຂອງວັນທີ 28 ກໍລະກົດ 2025, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ລາວ ໄດ້ເປັນປະທານພິທີເອົາທຸງອາຊຽນ ຂຶ້ນສູ່ຍອດເສົາ ເພື່ອສະເຫຼີມສະຫຼອງຄົບຮອບ 58 ປີ ແຫ່ງການສ້າງຕັ້ງອາຊຽນ (8 ສິງຫາ 1967- 8 ສິງຫາ 2025) ແລະວັນຄົບຮອບ 28 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ (23 ກໍລະກົດ 1997 - 23 ກໍລະກົດ 2025) ທີ່ ກະຊວງການຕ່າງປະເທດລາວ, ນະຄອນຫຼວງວຽງຈັນ ໂດຍ ມີບັນດາລັດຖະມົນຕີຈາກສາມເສົາຄໍ້າປະຊາຄົມອາຊຽນ, ບັນດາຮອງລັດຖະມົນຕີ, ບັນດາເອກອັກຄະລັດຖະທູດປະເທດສະມາຊິກອາຊຽນ ປະຈໍາສປປ ລາວ, ເອກອັກຄະລັດຖະທູດ ຕີມໍ ແລັດສະເຕ ປະຈໍາສປປ ລາວ, ບັນດາຄະນະກົມ ແລະພະນັກງານກ່ຽວຂ້ອງຂອງກະຊວງການຕ່າງປະເທດ ແລະກະຊວງທີ່ກ່ຽວຂ້ອງ ເຂົ້າຮ່ວມ.
    |
 |
ພິທີເອົາທຸງອາຊຽນ ຂຶ້ນສູ່ຍອດເສົາ. ພາບ: ສໍານັກຂ່າວສານຫວຽດນາມ. |
ໃນໂອກາດດັ່ງກ່າວ, ທ່ານ ລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ຢໍ້າເຖິງຄວາມໝາຍຄວາມສໍາຄັນຂອງອາຊຽນ ກໍຄື ຜົນສໍາເລັດດ້ານຕ່າງໆ ທີ່ອາຊຽນ ຍາດມາໄດ້ຕະຫຼອດໄລຍະ 58 ປີຜ່ານມາ ໂດຍສະເພາະ ການຮ່ວມມືພາຍໃນອາຊຽນ ແລະການເປີດກວ້າງການຮ່ວມມືກັບພາຍນອກ ໂດຍ ອາຊຽນເປັນແກນກາງ ທີ່ໄດ້ຮັບຜົນສໍາເລັດເປັນກ້າວໆມາ ຈົນກາຍເປັນປະຊາຄົມອາຊຽນທີ່ມີຄວາມເຂັ້ມແຂງໃນປັດຈຸບັນ ແລະທັງເປັນການປະກອບສ່ວນເຂົ້າໃນການປົກປັກຮັກສາສັນຕິພາບ ແລະສະຖຽນລະພາບ ຢູ່ໃນພາກພື້ນ ກໍຄືໃນໂລກ ແລະ ພາຍໃນປີນີ້ ອາຊຽນ ຈະໄດ້ຕ້ອນຮັບເອົາ ຕີມໍ ແລັດສະເຕ ເຂົ້າເປັນສະມາຊິກສົມບູນຂອງອາຊຽນ. ພ້ອມດຽວກັນນີ້, ທ່ານ ລັດຖະມົນຕີ ຍັງໄດ້ຍົກໃຫ້ເຫັນການປະກອບສ່ວນຢ່າງຕັ້ງໜ້າ ແລະເປັນເຈົ້າການສູງຂອງ ສປປ ລາວ ໃນວຽກງານອາຊຽນ ນັບແຕ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ ໃນປີ 1997, ຊຶ່ງ ສປປ ລາວ ໄດ້ປະຕິບັດພັນທະຕ່າງໆຂອງຕົນ ອັນໄດ້ນໍາເອົາຜົນປະໂຫຍດມາສູ່ປະເທດຊາດ ແລະປະຊາຊົນລາວ ແລະ ພ້ອມທີ່ຈະສືບຕໍ່ປະກອບສ່ວນເຂົ້າໃນການສ້າງຄວາມເຂັ້ມແຂງໃຫ້ແກ່ປະຊາຄົມອາຊຽນໃນຕໍ່ໜ້າ ໂດຍຜ່ານການຈັດຕັ້ງຜັນຂະຫຍາຍວິໄສທັດປະຊາຄົມອາຊຽນ 2045 ແລະບັນດາແຜນຍຸດທະສາດຂອງສາມເສົາຄໍ້າປະຊາຄົມອາຊຽນ ແລະແຜນຍຸດທະສາດການເຊື່ອມຈອດອາຊຽນ.
    |
 |
ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ລາວ ກ່າວຄໍາເຫັນທີ່ພິທີເອົາທຸງອາຊຽນ ຂຶ້ນສູ່ຍອດເສົາ. ພາບ: ສໍານັກຂ່າວສານຫວຽດນາມ. |
ໃນປີ 2024 ຜ່ານມາ, ສປປ ລາວ ກໍໄດ້ຮັບກຽດເປັນປະທານອາຊຽນ ຄັ້ງທີສາມ ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະຄວາມເຂັ້ມແຂງອາຊຽນ” ແລະ ໄດ້ຮັບຜົນສໍາເລັດອັນຈົບງາມ, ຊຶ່ງ ໄດ້ຍົກສູງຖານະບົດບາດຂອງສປປ ລາວ ໃນເວທີພາກພື້ນ ແລະສາກົນ ໃຫ້ສູງເດັ່ນຂຶ້ນ. ພ້ອມນີ້, ທ່ານ ລັດຖະມົນຕີ ຍັງໄດ້ຢໍ້າຄືນການສະໜັບສະໜູນການເປັນປະທານອາຊຽນຂອງມາເລເຊຍ ໃນປີ 2025ພາຍໃຕ້ຄໍາຂວັນ “ການມີສ່ວນຮ່ວມຢ່າງທົ່ວເຖິງ ແລະຍືນຍົງ” ທ່ານ ລັດຖະມົນຕີ ທອງສະຫວັນ ພົມວິຫານ ຍັງໄດ້ຖືໂອກາດນີ້ສະແດງຄວາມຊົມເຊີຍ ແລະຂອບໃຈຕໍ່ບັນດາກະຊວງຂະແໜງການ, ພາກເອກະຊົນ ແລະພໍ່ແມ່ພີ່ນ້ອງປະຊາຊົນລາວ ທົ່ວປະເທດ ທີ່ໄດ້ປະກອບສ່ວນວຽກງານອາຊຽນ ຢ່າງຕັ້ງໜ້າ ໃນໄລຍະຜ່ານມາ ແລະໄດ້ສະແດງຄວາມຂອບໃຈບັນດາປະເທດສະມາຊິກອາຊຽນ, ປະເທດຄູ່ເຈລະຈາຂອງອາຊຽນ ກໍຄືບັນດາຄູ່ຮ່ວມມືພາຍນອກ, ປະເທດເພື່ອນມິດ ແລະອົງການຈັດຕັ້ງພາກພື້ນ ແລະສາກົນ ທີ່ໃຫ້ການຮ່ວມມື ແລະສະໜັບສະໜູນ ສປປ ລາວ ໃນວຽກງານອາຊຽນ ໂດຍສະເພາະການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ທີ່ໄດ້ຮັບຜົນສໍາເລັດຢ່າງຈົບງາມ. ພາຍຫຼັງການກ່າວເປີດພິທີດັ່ງກ່າວຢ່າງເປັນທາງການແລ້ວ ໄດ້ມີການບັນເລງເພງຊາດ ລາວ ແລະ ເພງອາຊຽນ ໂດຍ ກອງດຸລິຍາງ ກອງທັບປະຊາຊົນລາວ ແລະ ເອົາທຸງອາຊຽນ ຂຶ້ນສູ່ຍອດເສົາ ຄຽງຄູ່ກັບທຸງຊາດລາວ.
ຄັດຈາກກະຊວງການຕ່າງປະເທດ ລາວ