leftcenterrightdel
ປ່ອຍເຄື່ອງບັນເທົາທຸກຈາກເຮືອບິນ ລົງໃສ່ເຂດກາຊາ ໃນວັນທີ 27 ກໍລະກົດ 2025. ພາບ: THX/ ສໍານັກຂ່າວສານຫວຽດນາມ

ກ່ອນໜ້ານັ້ນ, ໃນວັນດຽວກັນ, ອັງກິດ ປະກາດໄດ້ປະຕິບັດບັ້ນປ່ອຍເຄື່ອງບັນເທົາທຸກຄັ້ງທຳອິດລົງເຂດກາຊາ.

ທ່ານນາຍົກລັດຖະມົນຕີ ເຢຍລະມັນ Friedrich Merz ໃຫ້ຮູ້ວ່າ ມີເຮືອບິນຂົນສົ່ງ 2 ລຳຂອງ ເຢຍລະມັນ ໄດ້ເດີນທາງບິນເຖິງຈໍແດນ ແລະອາດຈະເລີ່ມປ່ອຍເຄື່ອງບັນເທົາທຸກໃນທ້າຍອາທິດນີ້ຊ້ຳບໍ່ຫນຳແມ່ນໄວກວ່າ.

ໃນຊຸມມື້ຜ່ານມາ, ບັນດາອົງການກູ້ຊ່ວຍຂອງສະຫະປະຊາຊາດ ໄດ້ກ່າວເຕືອນສະພາບ “ໄພອຶດຫິວຢ່າງຮ້າຍແຮງ” ພວມແຜ່ລາມອອກສູ່ວົງກວ້າງໃນຈຳນວນປະຊາຊົນກວ່າ 2 ລ້ານຄົນພວມດຳລົງຊີວິດຢູ່ເຂດກາຊາ. ອົງການທັນຍາຫານໂລກ (WFP), ກອງທຶນເພື່ອເດັກ ສປຊ (UNICEF) ແລະອົງການອາຫານ ແລະການກະເສດຂອງ ສປຊ (FAO) ຮຽກຮ້ອງບັນດາຄວາມມານະພະຍາຍາມຮີບດ່ວນເພື່ອເພີ່ມການຊ່ວຍເຫຼືອທັນຍາຫານໃນຂອບເຂດໃຫຍ່ໃຫ້ແກ່ເຂດກາຊາ.

ແຫຼ່ງຄັດຈາກ: vovworld.vn